ຫວຽດນາມແລະໄທເພີ່ມທະວີການຮ່ວມມືດ້ານຍຸດຕິທຳ

ຫວຽດນາມແລະໄທເພີ່ມທະວີການຮ່ວມມືດ້ານຍຸດຕິທຳ - ảnh 1
(ພິທີລົງ​ນາມ​​​ໃນໂຄງການ​ຮ່ວມ​ມື​ລະຫວ່າງ
ກະຊວງ​ຍຸຕິ​ທຳ 2 ປະ​ເທດ​ໃນ​ປີ 2016)

(vovworld) - ຕອນ​ບ່າຍ​ວັນ​ທີ 25/02, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ໄທ, ທ່ານ ຮ່າ​ຮຸ່ງ​ເກ​ື່ອງ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ ​ໄພ​ບຸນ ຄຸນ​ຈາ​ຢາ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​ໄທ ​ແລະ ລົງ​ນາມ​​​ໃນໂຄງການ​ຮ່ວມ​ມື​ລະຫວ່າງກະຊວງ​ຍຸຕິ​ທຳ 2 ປະ​ເທດ​ໃນ​ປີ 2016. ທີ່​ການພົບ​ປະ​ເຈລະຈາ, ລັດຖະມົນຕີ​ 2 ທ່ານ​ຢືນຢັນ​ວ່າ: ກະຊວງຍຸຕິ​ທຳ 2 ປະ​ເທດ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຍຸດຕິ​ທຳ​ລະຫວ່າງ 2 ປະ​​ເທດ​ນັບ​ມື້​ນັ​ບ​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ກໍ່​ແຈ​້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ກາ​ນພັດທະນາ​ເສດຖະກິດ - ສັງຄົມ ກໍ່​ຄື​ວຽກ​ງານ​ສ້າງ​ລະບົບ​ກົດໝາຍ​ຂອງ ຫວຽດນາມ ​ໃຫ້​ສົມບູນ​ແບບ​ໃນ​ປີ 2015, ບັນດາ​ການກຳນົດ​ທິດ, ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ​ຍຸຕິ​ທຳ ຫວຽດນາມ ​ໃນ​ປີ 2016. ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ປາດ​ຖະໜາ​ວ່າ: ກະຊວງ​ຍຸຕິ​ທຳ ​ໄທ ຈະ​ພ້ອມ​ກັບ​ກະຊວງ​ຍຸຕິ​ທຳ ຫວຽດນາມ ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ຍູ້​ແຮງການ​ຮ່ວມ​ມື​ບຳລຸງ​ສ້າງ​ດ້ານກົດໝາຍ ​ໂດຍ​ຜ່ານ​ການ​ລົງ​ນາມ ​ແລະ ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ບັນດາ​ຮາກ​ຖານ​ກໍ່ສ້າງ​ກົດໝາຍ​ຂອງ ​ໄທ ກັບ​ມະຫາວິທະຍາ​ໄລ​ກົດໝາຍ ຮ່າ​ໂນ້ຍ.

 

ຂ່າວ/ບົດ​ອື່ນ