ຫວຽດນາມແລະໄທເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ຫວຽດນາມແລະໄທເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກວາງ
​ຕ້ອນ​ຮັບ​ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທານະ​ສັກ ປະ​ຕິ​ມາ​​ປະກອນ

ພາບ:vov

(vovworld)- ຕອນ​ບ່າຍ​ວັນ​ທີ 28/7, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທານະ​ສັກ ປະ​ຕິ​ມາ​​ປະກອນພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຂອບ​ອົກ​ຂອບ​ໃຈ ໄທ ທີ່​ໄດ້​ໃຫ້​ການ​ຫນູນ​ຊ່ວຍ​ຫວຽດ​ນາມ​ຈຳ​ນ​ວນ​ເງິນ 100.000 USD ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ແຫ້ງ​ແລ້ງ ແລະ ນຳ​້​ທະ​ເລ​ຊືມ​ເຂົ້າ​ຢູ່​ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ ພ້ອມ​ທັງ​ສະ​ເຫນີ ສອງ​ປະ​ເທດ​ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ຮ່ວມມ​ື​ໃນ​ການ​ພັດ​ທະ​ນາ, ຄຸ້ມ​ຄອງ ແລະ ນ​ຳ​ໃຊ້​ແຫລ່ງ​ນ້ຳ​ແມ່​ຂອງ​ແບບ​ຍືນ​ຍົງ ມ​ີ​ປະ​ສິດ​ທິ​ຜົນ ຕາມ​ທຳ​ນຽມ​ສາ​ກົນ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ. ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ ສອງ​ຝ່າຍ​ຄວນ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຖະ​ແຫລງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ໝາກ​ຜົນ​ການ​ປະ​ຊຸ​ມ​ຄະ​ນະ​ລັດ​ຖະ​ບານ​ຮ່ວມ ຫວຽດ​ນາມ ໄທ ຄັ້ງ​ທີ 3 ແລະ ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ພັກ, ລັດ, ລັດ​ຖະ​ບານ​ຫວຽດ​ນາມ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ໄທ ລົງ​ທຶນ​ເຂົ້າ​ບັນ​ດາ​ຂະ​ແຫນງ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ທ່ອງ​ທ່ຽວ​ທະ​ເລ, ອຸດ​ສາ​ຫະ​ກຳ​ຕຳ​ແຜ່ນ​ຕັດ​ຫຍິບ, ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄ​ມີ, ວັດ​ສະ​ດຸ. ພ້ອມ​ທັງ​ປາດ​ຖະ​ຫນາ​ຢາກ​ໃຫ້​ສອງ​ຝ່າຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກໍ​ຄື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ຫວຽດນາມ ແລະ ຕຳ​ຫລວດ​ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ