ຫວຽດນາມໂຄສະນາບັນດາຜະລິດຕະພັນກະເສດຢູ່ອິນໂດເນເຊຍ

ຫວຽດນາມໂຄສະນາບັນດາຜະລິດຕະພັນກະເສດຢູ່ອິນໂດເນເຊຍ - ảnh 1
ຫວຽດນາມໂຄສະນາບັນດາຜະລິດຕະພັນກະເສດຢູ່ອິນໂດເນເຊຍ
(ພາບ: vietnamplus.vn)


​(vovworld) – ທີ່​ເວທີ​ປາ​ໄສ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ກະ​ເສດຂອງ​ຫວຽດນາມ ​ແລະ ການ​​ແລກປ່ຽນ​ການ​ຄ້າ​ລະ​ຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ, ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ໃນ​ວັນ​ທີ 15/05, ມີຜູ້ຕາງໜ້າ​ຂອງ​ບັນດາ​ທ້ອງ​ຖິ່ນ​ຄື: ນະຄອນ​​ໂຮ່ຈິ​ມິນ, ​ແຂວງ​ອາ​ຢາງ ​ໄດ້​ແນ​ະນຳຄວາມ​ສາມາດ​ບົ່ມຊ້ອນ ​ແລະ ທ່າ​ແຮງ​​ໃນ​ຂົງ​ເຂດ​ຜະລິດ, ປຸງແຕ່ງບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຂອງ​ທ້ອງ​ຖິ່ນເຖິງ​ຄູ່​ຮ່ວມ​ມື​ອິນ​​ໂດ​ເນ​ເຊຍ. ​ເວທີ​ປາ​ໄສ​ຄັ້ງນີ້​ ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຊອກ​ຫາ​ຄູ່​ຮ່ວມ​ມື​ນຳ​ເຂົ້າ, ຄົ້ນ​ຫາ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ແນ​ໃສ່​ຊຸກຍູ້​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ໄປ​ຍັງ​ຕະຫຼາດ​ອິນ​ໂດ​ເນ​ເຊຍ ກວ່າ​ອີກ.
ຂ່າວ/ບົດ​ອື່ນ