ຫວຽດນາມ-ໂປໂລຍແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດໃຫ້ເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ

ຫວຽດນາມ-ໂປໂລຍແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດໃຫ້ເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງ​ຮຸ່ງ
ຕ້ອນຮັບ​ຮອງ​ປະທານ​ສະພາ​ຕໍ່າ​ໂປ​ໂລ​ຍ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 18/12, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ຕໍ່າ​ໂປ​ໂລ​ຍ Jerzy Wenderlich ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງ​ຮຸ່ງ​ ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຈົດ​ຈຳ ​ແລະ ຮູ້​ບຸນ​ຄຸນການ​ສະ​ນັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ລຳ​້ຄ່າຂອງ​ໂປ​ໂລ​ຍ ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປ​ົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ໂປ​ໂລ​ຍ, ຖື​ໂປ​ໂລ​ຍ ​ແມ່ນ​ຄູ່​ຮ່ວມ​ມື​ໃຫ້​ບຸລິມະສິດ​ຢູ່​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ອອກ​ກາງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂປ​ໂລ​ຍ ສືບ​ຕໍ່​ສະໜັບສະໜູນ, ສ້າງ​​ເງື່ອນ​ໄຂ​ສະ​ດວກ​​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ​ໂປ​ໂລ​ຍ; ຫວຽດນາມ - EU. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ສະ​ເໜີ​ວ່າ ສະພາ​ແຫ່ງ​ຊາດ 2  ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ຫວັງ​ວ່າ ​ໂປ​ໂລ​ຍ ຈະ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັນຍັດ​ໃຫ້​ເໝາະ​ສົມ​ກັບ​ວິວັດ​ການ​ຫັນປ່ຽນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດ່ຽວ​ກັນ, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກໍ່​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ຮອງ​ປະທານ​ສະພາ​ຕໍ່າ​ໂປ​ໂລ​ຍ Jerzy Wenderlich ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ