ຫວຽດນາມໃຫ້ຄໍາໝັ້ນສັນຍາສືບຕໍ່ມານະພະຍາຍາມຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

(VOVWORLD) -ຫວຽດນາມ ຮັບຮູ້ເລື່ອງສໍາຫຼວດກວດກາຕາມກົນໄກ UPR ແມ່ນການປະຕິບັດພັນທະຂອງປະເທດສະມາຊິກ ທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ

        ວັນທີ 22 ມັງກອນ, ທີ່ສໍານັກງານສະຫະປະຊາຊາດຢູ່ ເຊີແນວ ປະເທດ ສະວິດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ  ນໍາໜ້າໄດ້ເຂົ້າຮ່ວມວາລະເຈລະຈາກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກສໍາຫຼວດກວດກາກວມລວມປະຈໍາໄລຍະ (UPR) ຮອບວຽນທີ 3 ຂອງສະພາສິດທິມະນຸດສະຫະປະຊາຊາດ.

ຫວຽດນາມໃຫ້ຄໍາໝັ້ນສັນຍາສືບຕໍ່ມານະພະຍາຍາມຊຸກຍູ້ ແລະ ປົກປ້ອງສິດທິມະນຸດ - ảnh 1  ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮວ່າຍຈູງ (ພາບ: Van Diep/TTXVN)

        ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຮັບຮູ້ເລື່ອງສໍາຫຼວດກວດກາຕາມກົນໄກ UPR ແມ່ນການປະຕິບັດພັນທະຂອງປະເທດສະມາຊິກ ທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ພ້ອມທັງ ແມ່ນໂອກາດ ເພື່ອແນະນໍາເຖິງປະຊາຄົມສາກົນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມມານະພະຍາຍາມ ແລະ ຜົນງານກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຂອງຫວຽດນາມ; ສົນທະນາກັບບັນດາຄູ່ຮ່ວມມືສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນໃນຂົງເຂດສິດທິມະນຸດ.

        ຫຼາຍປະເທດໄດ້ຕີລາຄາຕໍ່ບົດລາຍງານແຫ່ງຊາດ ແລະ ການລາຍງານຂອງຄະນະຫວຽດນາມວ່າ ແມ່ນມີຄຸນນະພາບດີ, ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ, ຮອບດ້ານ ກ່ຽວກັບສະພາບການຮັບປະກັນສິດທິມະນຸດຢູ່ຫວຽດນາມ; ພ້ອມທັງຖືວ່າ ຫວຽດນາມ ມີວິທີສໍາຜັດຢ່າງຕັ້ງໜ້າ, ເປີດເຜີຍ ແລະ ໂປ່ງໃສໃນວິວັດການຮຽບຮຽງບົດລາຍງານ UPR. ນະທີ່ນີ້, ຄະນະຜູ້ແທນຫວຽດນາມ ໄດ້ຕອບຫຼາຍຄໍາຖາມ ແລະ ສະໜອງຂໍ້ມູນຂ່າວສານຫຼາຍຢ່າງກ່ຽວງກັບນະໂຍບາຍ, ກົດໝາຍ ແລະ ພຶດຕິກໍາຕົວຈິງໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ຫວຽດນາມ, ບັນດາການປະກອບສ່ວນເຂົ້າໃນການຮ່ວມມືສາກົນໃນຂົງເຂດດັ່ງກ່າວ ແລະ ໃນບັນດາບັນຫາທີ່ບັນດາປະເທດສະມາຊິກຕ່າງກໍມີຄວາມສົນໃຈ.

        ສິ້ນສຸດວາລະສົນທະນາ, ຫວຽດນາມ ໄດ້ຮັບເອົາບັນດາຂໍ້ສະເໜີແນະ, ດ້ວຍເນື້ອໃນ ຫຼາຍຢ່າງ ແລະ ເຕື້ອງເຖິງບັນດາຂົງເຂດປົກປ້ອງສິດທິມະນຸດທັງໝົດ.

        ຄາດວ່າ, ກຸ່ມປະຕິບັດງານກ່ຽວກັບ UPR ຈະໂຮມປະຊຸມຄືນໃໝ່ໃນຕອນບ່າຍວັນທີ 25 ມັງກອນ ເພື່ອພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບຜົນຂອງການສໍາຫຼວດກວດກາ UPR ຂອງຫວຽດນາມ ເພື່ອຍື່ນສະເໜີຕໍ່ສະພາສິດທິມະນຸດຮັບຮອງເອົາຢ່າງເປັນທາງການໃນເດືອນມິຖຸນາ 2019.


ຕອບກັບ

ຂ່າວ/ບົດ​ອື່ນ