ຫວຽດນາມໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍລາວພັດທະນາກິລາກາຍຍະກຳ

ຫວຽດນາມໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍລາວພັດທະນາກິລາກາຍຍະກຳ - ảnh 1
(ພາບປະກອບ)

(vovworld) – “ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ​ ລາວ​ ພັດທະນາ​ ກິລາ ກາຍຍະກຳ​” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເຈີ່ນ​ດຶກ​ເຟີ໋ນ, ຮອງ​ຫົວໜ້າກົມ​ໃຫຍ່ ກິລາ ກາຍຍະກຳ ​ໃນ​ວັນ​ທີ 2/11 ທີ່​ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ພະນັກງານ​ກະຊວງ​​ສຶກສາທິການ ​ແລະ ກິລາ​ແຫ່ງຊາດ ລາວ ຢູ່​ຮ່າ​ໂນ້ຍ ​ໂດຍ​ທ່ານ ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມກິລາ​ລະດັບ​ສູງ ​ເປັນ​ຫົວ​ໜ້າ​ຄະນະ. ທ່ານ ​ເຈີ່ນ​ດຶກ​ເຟີ໋ນ, ຮອງ​ຫົວໜ້າກົມ​ໃຫຍ່ກິລາກາຍຍະກຳ ຍັງ​ເນັ້ນ​ໜັກ​ວ່າ: ກິລາ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ໜູນ​ຊ່ວຍ​ກິລາ ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ​ແຮງ ​ນັບແຕ່​ວຽກ​ງານ​ການຝຶກ​ອົບຮົມ​ກໍ່ສ້າງ​ນັກ​ກິລາ, ​ແລກປ່ຽນ​ບົດຮຽນ, ຝຶກ​ອົບ​ຮົມ​​ໃຫ້ບັນດາ ຄູ​ຝຶກ​ກິລາ​ປະ​ເພດ​ຕ່າງໆ ກໍ​ຄືບັນດາ​ວຽກ​ງານ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາກິລາກາຍຍະກຳລະຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມກິລາ​ລະດັບ​ສູງ ກະຊວງ​ສຶກສາທິການ ​ແລະ ກິລາ ​ແຫ່ງຊາດ ລາວ ປາດ​ຖະໜາ​ວ່າ: ​ເນື່ອງ​ໃນ​​ໂອກາດມາຢ້ຽ​ມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ໃນ​ຄັ້ງ​ນີ້, ຄະນະ​ຈະ​ໄດ້ຮັບການ​ແບ່ງປັນ​ບົດຮຽນກ່ຽວ​ກັບ​ວຽກ​ງານ​ການຄຸ້ມ​ຄອງ, ຝຶກ​​ແອບ ກໍ​ຄືການ​ຈັດ​ຕັ້ງ​ບັນດາການ​ແຂ່ງຂັນ​ສາກົນ​ຢ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ​ແທດ​ຈິງ.

 

ຂ່າວ/ບົດ​ອື່ນ