ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ແລະແບ່ງປັນບົດຮຽນສະເໝີພາບລະຫວ່າງຍິງ-ຊາຍແລະຄວາມກ້າວໜ້າຂອງແມ່ຍິງ

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ແລະແບ່ງປັນບົດຮຽນສະເໝີພາບລະຫວ່າງຍິງ-ຊາຍແລະຄວາມກ້າວໜ້າຂອງແມ່ຍິງ - ảnh 1
ສອນໃຫ້ແມ່ຍິງເຂດພູດອຍຮັກສາສຸຂະພາບ
(ພາບ: Dương Ngọc/TTXVN)

(vovworld) – ​​ແຕ່​ວັນ​ທີ 16 – 17/6, ວາລະ​ປະຊຸມ​ຄັ້ງ​ທີ 26 ສະພາ​ສິດ​ທິມະນຸດ ສປຊ ດຳ​ເນີນ​ການ​ເຄື່ອນ​ໄຫວສຳຄັນ​ຕ່າງໆກ່ຽວຂ້ອງ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິ່ງ - ຊາຍ, ​ໃນ​ນັ້ນ​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ນັກ​ປາຖະກະຖາ​ພິ​ເສດ​ກ່ຽວ​ກັບ​ສິດ​ສຶກສາ ​ແລະ ຕ້ານ​ຈຳ​ແນ​ກການ​ປະພຶດ​ກັບ​ແມ່ຍິງ, ການ​ປະຊຸມ​ຂ່າວ​ຂັ້ນ​ສູງ​ກ່ຽວ​ກັບ​ບາງ​ຫົວ​ຂໍ້​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ແມ່ຍິງ​. ທ່ານ​ເອກອັກຄະ​ລັດຖະທູດ ຫງວຽນ​ແທ່ງ​ຈູງ, ຫົວໜ້າ​ຄະນະ​ຫວຽດນາມ ປະຈຳ ສປຊ, ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ນີ້. ທ່ານ​ເອກອັກຄະ​ລັດຖະທູດ ຫງວຽນ​ແທ່ງ​ຈູງ ​ແບ່ງປັນ​ບົດຮຽນ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ (MDGs), ​ໃນ​ນັ້ນ​ໃຫ້​ບຸລິ​ມະ​ສິດ​ປະຕິບັດ ​ແລະ ສຳ​ເລັດ​ຈຸດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ. ຜ່ານ​ບົດຮຽນ​ຂອງ​ຕົນ, ຫວຽດນາມ ຖື​ວ່າ: ​ເພື່ອ​ໃຫ​້ປະຊາ​ຄົມ​ໂລກ ອາດ​ຈະ​ປຶກສາ​ຫາລື, ກໍ່ສ້າງ ​ແລະ ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ຮັບ​ປະກັນ ​ແລະ ຊຸກ​ຊູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ສິດ​ຂອງ​ແມ່ຍິງ, ​ແມ່ຍິງ​ຕ້ອງ​ໄດ້​ຮັບການມອບ​ສິດ ​ແລະ ​ໄດ້​ຮັບ​ການສ​້າງ​ເງື່ອ​ນ​ໄຂ້​​ເຂົ້າ​ຮ່ວມ​ວິວັດ​ການ​ນີ້​ຢ່າງ​ຄົບ​ຖ້ວນ.


ຂ່າວ/ບົດ​ອື່ນ