ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ການຫຼຸດ​ຜ່ອນ​ພາ​ສີ​ຕາມ​ວິ​ວັດ​ທະ​ນາ​ການ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ​້ວ

(VOVWORLD) -ໃນ ຈຳນວນ ສັນຍາ ທີ່ພວມໄດ້ຮັບການປະຕິບັດ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນ ສັນຍາຫຼ້າສຸດພວມໄດ້ຮັບການປະຕິບັດຂອງ ຫວຽດນາມ.
ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ການຫຼຸດ​ຜ່ອນ​ພາ​ສີ​ຕາມ​ວິ​ວັດ​ທະ​ນາ​ການ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ​້ວ - ảnh 1 ການຖະແຫຼງຂ່າວໃນຫົວເລື່ອງສະເພາະທີ່ວ່າ “ຫຼຸດຜ່ອນພາສີຕາມບັນດາສັນຍາການຄ້າເສລີ” (ພາບ: VGP)

ທີ່ການຖະແຫຼງຂ່າວໃນຫົວເລື່ອງສະເພາະທີ່ວ່າ “ຫຼຸດຜ່ອນພາສີຕາມບັນດາສັນຍາການຄ້າເສລີ” ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າກົມຮ່ວມມືສາກົນ (ກະຊວງການເງິນ ຫວຽດນາມ) ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມພວມເຂົ້າຮ່ວມ ແລະ ເຈລະຈາ ສັນຍາ 20 ສະບັບ, ໃນນັ້ນມີ 12 ສະບັບພວມໄດ້ຮັບການປະຕິບັດ, 2 ສະບັບມີຜົນສັກສິດໃນປີ 2019, 2 ສະບັບ ໄດ້ຮັບການລົງນາມແລ້ວແຕ່ຍັງບໍ່ທັນມີຜົນສັກສິດເທື່ອ.

        ເພື່ອປະຕິບັດສັນຍາດັ່ງກ່າວ, ກະຊວງການເງິນໄດ້ຍື່ນສະເໜີຕໍ່ລັດຖະບານ ປະກາດໃຊ້ ດຳລັດ ວ່າດ້ວຍການກຳນົດພາສີບຸລິມະສິດພິເສດໃຫ້ແກ່ບັນດາຄູ່ຮ່ວມມືໃນໄລຍະປີ 2019 – 2023 12 ສະບັບ. ໃນ ຈຳນວນ ສັນຍາ ທີ່ພວມໄດ້ຮັບການປະຕິບັດ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນ ສັນຍາຫຼ້າສຸດພວມໄດ້ຮັບການປະຕິບັດຂອງ ຫວຽດນາມ. ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະລົບລ້າງພາສີສົ່ງອອກເປັນສ່ວນຫຼາຍສຳລັບ ປະເພດ ສິນຄ້າ ທີ່ພວມເກັບພາສີສົ່ງອອກ, ຕາມໄລຍະ 5 – 15 ປີ ພາຍຫຼັງສັນຍາມີຜົນສັກສິດ. ສະເພາະບາງປະເພດ ສິນຄ້າສຳຄັນຄື ຖ່ານຫີນ, ນ້ຳມັນດິບ, ຄຳ…ຍັງສືບຕໍ່ຮັກສາການເກັບພາສີສົ່ງອອກໄວ້ຄືເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ