ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາNPTຢ່າງເຂັ້ມງວດ

ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາNPTຢ່າງເຂັ້ມງວດ - ảnh 1
ກອງ​ປະ​ຊຸມ​ທົບ​ທວນ​ຄືນ​ເລື່ອງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາບໍ່​ແຜ່​ຂະ​ຫຍາຍ​
ອາ​ວຸດ​ນິວ​ເຄຼຍ (NPT)
(ພາບ: AFP/TTXVN)

(vovworld) –  ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ອາ​ທິດຢ່າງ​ຮີບ​ດ່ວນ, ກອງ​ປະ​ຊຸມ​ທົບ​ທວນ​ຄືນ​ເລື່ອງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ (NPT) ໄດ້​ສິ້ນ​ສຸດ​ລົງ​ຢູ່​ສຳ​ນັກ​ງານ​​ໃຫຍ່ຂອງ ສ​ປ​ຊ ຢູ່ ນິວ​ຢ​ອກ, ປະ​ເທດ ອ​າ​ເມ​ລິ​ກາ. ​ໂດຍ​ຖືກ​ຈັດ​ຕັ້ງ​ 5 ປີ​ເທື່ອ​ໜຶ່ງ, ກອງ​ປະ​ຊຸມກວດ​ກາ​ເລື່ອງ​ປະ​ຕິ​ບັດ NPT ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເລື່ອງ​ປະ​ຕິ​ບັດ​ທຸກໆ​ຂໍ້​ມາດ​ຕາ​ຂອງ​ສັນ​ຍານີ້​ໃນ​ຂອບ​​ເຂດ​ທົ່ວ​ໂລກ​ຢ່າງ​ເຂັ້ມ​ງວດ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​​ຫວຽດ​ນາມ ປະ​ຈຳ ສປ​ຊ, ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ບັນ​ດາ​ບົດ​ບາດ​ໜ້າ​ທີ່​ໂດຍ ສົນ​ທິ​ສັນ​ຍາ NPT ກຳ​ນົດ, ຍາມ​ໃດ​ກໍ່​ເຄົາ​ລົບ​ນັບ​ຖ​ື​ບັນ​ດາ​ມາດ​ຖານ ແລະ ຂໍ້​ກຳ​ນົດ​ສາ​ກົນ​ກ່ຽວ​ຂ້ອງ​ເຖ​ິງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແກ່​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ​ຢູ່ ຫວຽດ​ນາມ. ພິ​ເສດ​ແມ່ນ​ການ​ຮັບ​ປະ​ກັນ​ຄວາ​ສະ​ຫງົບ ແລະ ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ກໍ່​ເນັ້ນ​ໜັກເລື່ອງ ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂໍ້​ລິ​ເລີ່ມ, ກົນ​ໄກ​ສາ​ກົນ​ກ່ຽວ​ກັບ​ການ​​ຫລຸດ​ຜ່ອນ ແລະ ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນ​ຳ​ໃຊ້​ພະ​ລ​ັງ​ງາ​ນ​ນິ​ວ​ເຄຼຍ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ.

ຂ່າວ/ບົດ​ອື່ນ