ຫວຽ​ດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ຄວບ​ຄຸມໂລກ​ລະ​ບາດ ໂຄວິດ - 19

(VOVWORLD) - ທ່ານ ຟ້າມບິ່ງມິງ ກໍ່ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ເພີ່ມທະວີການປະຕິບັດມະຕິ 2532, ເປັນຕົ້ນແມ່ນຮຽກຮ້ອງການຢຸດຍິງທົ່ວໂລກ, ຖືນີ້ແມ່ນບັນດາເງື່ອນໄຂປະຖົມປັດໄຈໃຫ້ແກ່ ສປຊ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເຖິງການແຈກຢາຍວັນຊິນໃນພື້ນທີ່ຕົວຈິງ ເພື່ອເປົ້າໝາຍມະນຸດສະທຳ.
ຫວຽ​ດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ຄວບ​ຄຸມໂລກ​ລະ​ບາດ ໂຄວິດ - 19 - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງທາງອອນລາຍ ຂອງສະພາຄວາມໝັ້ນຄົງ (ພາບ: TTXVN)

ວັນທີ 17 ກຸມພາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ກຸມພາ 2021, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງທາງອອນລາຍ ຂອງສະພາຄວາມໝັ້ນຄົງ ທີ່ມີຫົວຂໍ້ວ່າ: "ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ປະຕິບັດມະຕິເລກທີ 2532 ເພື່ອແນໃສ່ຮັບປະກັນການສຳຜັດກັບວັກຊິນ ໂຄວິດ - 19 ຢ່າງສະເໝີພາບ ໃນສະພາບການປະທະກັນ ແລະ ຂາດຄວາມໝັ້ນຄົງ".

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ປະຊາຄົມສາກົນຕ້ອງຮ່ວມມືກັນເພື່ອຜັນຂະຫຍາຍຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19 ແລະ ສັກວັກຊິນຢ່າງມີປະສິດມິຜົນ. ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການປົກປັກຮັກສາບັນດາພື້ນຖານໂຄງລ່າງທີ່ຈຳເປັນແມ່ນ ປັດໄຈຫຼັກແຫຼ່ງເພື່ອສ້າງເງື່ອນໄຂໃຫ້ແກ່ການແຈກຢາຍ ວັກຊິນ.

ທ່ານ ຟ້າມບິ່ງມິງ ກໍ່ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ເພີ່ມທະວີການປະຕິບັດມະຕິ 2532, ເປັນຕົ້ນແມ່ນຮຽກຮ້ອງການຢຸດຍິງທົ່ວໂລກ, ຖືນີ້ແມ່ນບັນດາເງື່ອນໄຂປະຖົມປັດໄຈໃຫ້ແກ່ ສປຊ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເຖິງການແຈກຢາຍວັນຊິນໃນພື້ນທີ່ຕົວຈິງ ເພື່ອເປົ້າໝາຍມະນຸດສະທຳ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ ແລະ ສປຊ, ຫວຽດນາມໃຫ້ຄຳໝັັ້ນສັນຍາຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນຄວາມມານະພະຍາຍາມລວມຂອງບັນດາປະເທດ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ