ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຢ່າງແທດຈິງ,ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມຂອງAIPA

ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຢ່າງແທດຈິງ,ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມຂອງAIPA - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮ່ງ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 16/9, ກອງ​ປະຊຸມ​ສະມັດ​ຊາໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 35 (AIPA – 35) ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປ​ະ​ເທດ​ລາວ, ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ລາວ​, ປະທານ AIPA 35. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ລາວ ຢັ້ງຢືນ​ວ່າ: ກອງ​ປະຊຸມ​ AIPA ​ແມ່ນ​ເວທີ​ປາ​ໄສ​ໃຫຍ່, ສຳຄັນ​ສຳລັບ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ ອາ​ຊຽນ. AIPA -35 ຄັ້ງ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ມີ​ການ​ຜັນ​ແປ​ສັບສົນ, ​ໃນ​ນັ້ນ​ມີ​ທັງ​ກາລະ​ໂອກາດ ​ແລະ ສີ່​ງທ້າ​ທາຍ. ດັ່ງ​ນັ້ນ, ຫົວ​ຂໍ້ “ເພີ່ມ​ທະວີ​ການ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​​ໃນ​ປະຊາ​ຄົມ ອາ​ຊຽນ” ຂອງ AIPA 35 ​ແມ່ນ​ເໝາະ​ສົມ​ກັບ​ສະພາບ​ການ​ຕົວ​ຈິງ​ເພື່ອ​ແນ​ໃສ່​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ ອາ​ຊຽນ ​ໃນ​ປີ 2015. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ​ເນັ້ນ​ໜັກ​ກາ​ນສົມທົບ​ລະຫວ່າງ AIPA ​ແລະ ອາ​ຊຽນ ​ໄດ້​ຮັບ​ການ​ປັບປຸງ​ເປັນ​ລະບົບ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ໃນ​ເງື່ອນ​ໄຂ​ໃໝ່, ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ດ້ວຍ​ຄຳ​ຂວັນ “ວິ​ໄສ​ທັດ​ໜຶ່ງ, ສີສັນ​ໜຶ່ງ,ປະຊາ​ຄົມ​ໜຶ່ງ” ນັບ​ມື້​ນັບ​ມີ​ຄວາມ​ໝາຍ. ​ໃນ​ບົກ​ກ່າວ​ປາ​ໄສ​ຊົມ​ເຊີຍ AIPA – 35, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ເນັ້ນ​ໜັກ​ວ່າ: ລັດຖະບານ ລາວ ສະໜັບ​ສະ​ໜູນ​ບັນດາ​ໂຄງການ​ດຳ​ເນີນ​ງານ​ຂອງ​ເວທີ​ປາ​ໄສ AIPA – 35 ດ້ວຍ​ການ​ຢັ້ງຢືນ​ແມ່ນ​ສະມາຊິກ AIPA, ຍາມ​ໃດ ລາວ ກໍ່​ມານະ​ພະຍາຍາມ ປະກອບສ່ວນ ​ແລະ ປາດ​ຖະໜາ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ສະມາຊິກ, ກໍ່​ຄື​ຄູ່​ຮ່ວມ​ມື ​ແລະ ​ເພື່ອນ​ມິດສາ​ກົນ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ ດ້ວຍ​ຈຸດໝາຍ​ລວມ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.
ພາຍຫຼັງ​ພິທີ​ໄຂ, ກອງ​ປະຊຸມ​ AIPA – 35 ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 1. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ບົດ​ກ່າວ​ປາ​ໄສ​ສະໜັບສະໜູນ​ຫົວ​ຂໍ້​ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ” ​ແລະ ​ໂຄງການ​ດຳ​ເນີ​ນງານ​ຂອງ​ກອງ​ຊຸມ​ AIPA – 35 ຄັ້ງ​ນີ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ​ສະມາຊິກ AIPA ພວມ​ຢື່ນຕໍ່ໜ້າ​ບັນດາ​ການລະ​ໂອກາດ​ໃຫຍ່​ໃຫ້​ແກ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ພ້ອມ​ທັງ​ຊີ້​ແຈ້ງ​ບັນດາ​ການ​ຜັນ​ແປ​ສັບສົນ​ຂອງ​ສະພາບ​ການ​ເສດຖະກິດ, ຄວາມ​ໝັ້ນຄົງ, ການ​ເມືອງ​​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາ​ການ​ຜັນ​​ແປ​ມໍ່​ໆ​ມາ​ນີ້​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ເຄົາລົບ​ກົດໝາຍ​ສາກົນ, ​ແກ້​ໄຂ​ການ​ຂັດ​ແຍ້​ງດ້ວຍ​ມາດ​ຕະການ​​ໂດຍສັນຕິວິທີ, ກະທຳ​ຢ່າງ​ລະມັດລະວັງ ​ແລະ ມີ​ຄວາມ​ຮັບຜິດຊອບ. AIPA ຄວນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ, ສະ​ເໜີ​ວ່າ:

    “​ໃນ​​ໄລ​ຍະ​ຈະ​ມາ​ເຖິງ, AIPA ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ຊຸກຍູ້​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ ອາ​ຊຽນ ​ແລະ ບັນດາລັດຖະບານ​ສະມາຊິກ ອາ​ຊຽນ ປະຕິບັດ​ວິ​ໄສ​ທັດ ​ອາ​ຊຽນ ຫຼັງ​ປີ 2015, ຊ່ວຍ​ປະຊາ​ຄົມ​ພັດທະນາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ຂອງ​ປະຊາຊົນ​ເຂົ້າ​ໃນ​ວິວັດ​ການ​ນີ້. ພ້ອມ​ທັງ AIPA ຕ້ອງ​ສົ່ງ​ເສີມ ອາ​ຊຽນ ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ບັນດາ​ກົນ​ໄກຮ່ວມ​ມື​ພາຍ​ໃນ​ກຸ່ມ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ​ເພື່​ອ​ແນ​ໃສ່​ຮັບ​ມື​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ສຳລັບ​ບັນດາ​ການ​ທ້າ​ທາຍ​ບໍ່​ເຄີຍ​ມີ​ມາ​ກ່ອນ​ພວມ​ພົ້ນ​ເດັ່ນຂຶ້ນຊຶ່ງ​ກ່ຽວຂ້ອງ​ເຖິງ​ສິ່ງ​ແວດ​ລ້ອມ, ​ແຫຼ່ງນ້ຳ…”


ຂ່າວ/ບົດ​ອື່ນ