ຫວຽດນາມໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນເປຣູ

ຫວຽດນາມໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນເປຣູ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​
​ພົບ​ປະ​ກັບ​ຜູ້​ຕ່າງ​ໜ້າ​ບັນດາ​ວິ​ສາ​ຫະກິດ​ຂອງ ເປຣູ

(vovworld) - ​ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ກອງ​ປະຊຸມ APEC ຄັ້ງ​ທີ 24, ວັນ​ທີ 18/11 ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ມີ​ການ​ພົບ​ປະ​ກັບ​ຜູ້​ຕ່າງ​ໜ້າ​ບັນດາ​ວິ​ສາ​ຫະກິດ​ຂອງ ເປຣູ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແຈ້ງ​ໃຫ້​ບັນດາ​ວິ​ສາ​ຫະກິດ ເປຣູ ຊາບ​ກ່ຽວ​ກັບ​ບັນດາ​ຜົນງານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ພາຍຫລັງ​ກ່ວາ 30 ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ແປງໃໝ່. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ເປັນ​ພິ​ເສດ​​ເຖິງ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ​ຢູ່ ຫວຽດນາມ ​ໄດ້​ຮັບປະກັນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ສຳຄັນ​ທີ່​ສຸດ ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ດຳ​ເນີນ​ບັນດາ​ມາດ​ຕະການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ສາກົນ, ​ໃນ​ນັ້ນ​ມີ ເປຣູ ສາມາດ​ດຳ​ເນີນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ລົງທຶນ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ດວາງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຢືນຢັນ​ອີກ​ຄັ້ງ​ໜຶ່ງ​ກັບ​ບັນດາ​ວິ​ສາ​ຫະກິດ ເປຣູ ວ່າ: ພວກ​ຂ້າພະ​ເຈົ້າ​ມີ​ແຜນ​ນະ​ໂຍບາຍ ​ແລະ ກໍ່​ແມ່ນ​ບຸລິມະສິດ​ຕົ້ນຕໍ​ຂອງ ຫວຽດນາມ ​ແມ່ນ​ຍູ້​ແຮງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ກັບ ​ເປຣູ. ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ພວກ​ຂ້າ​ພະ​ເຈົ້າ ຖື​ຕະຫລາດ​ ​ເປຣູ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫລາດ​ບຸລິມະສິດ​ຍູ​້​ແຮງ​ການຮ່ວມ​ມື​ລົງທຶນ. ພວກຂ້າພະ​ເຈົ້າ​ຊົມ​ເຊີຍ​ວິ​ສາ​ຫະກິດ ​ເປ​ຣູ ​ເພີ່ມ​ທະວີ​ການ​ລົງທຶນ, ການ​ຮ່ວມ​ມື, ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ຜ່ານ​ນັ້ນ ຊ່ວຍ​ໃຫ້ 2 ຝ່າຍ​ພ້ອມ​ກັນ​​ແບ່ງປັນ​ບົດຮຽນ, ພ້ອມ​ກັນ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ