ຫວຽດນາມໃຫ້ບຸລິມະສິດປົກປ້ອງແລະຊຸກຍູ້ສິດຂອງຄົນພິການ

ຫວຽດນາມໃຫ້ບຸລິມະສິດປົກປ້ອງແລະຊຸກຍູ້ສິດຂອງຄົນພິການ - ảnh 1
ຫວຽດນາມ ໃຫ້ບຸລິມະສິດປົກປ້ອງແລະຊຸກຍູ້ສິດຂອງຄົນພິການ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) –​​ ​ ວັນ​ທີ 14/06 ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ທີ່​ນະຄອນ ນິວຢອກ ອາ​ເມ​ລິ​ກາ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 9 ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນທິສັນຍາ​ສິດ​ຂອງ​ຄົນ​ພິການ (CRPD) ດ້ວຍ​ຫົວ​ຂໍ້​ວ່າ “ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2030 ​ໃຫ້​ຄົນ​ພິການ: ບໍ່​ປະ​ປ່ອຍຜູ້​ໃດຢູ່​ທາງ​ຫລັງ”. ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສປຊ, ຫົວໜ້າ​ຄະນະຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​, ​ເນັ້ນ​ໜັກ​ເຖິງ​ໂຄງການ​ດຳ​ເນີນ​ງານ 2030 ຂອງ ສປຊ ​ແລະ ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງວ່າ ຄວນ​ສ້າງ​ບັນດາດັດຊະນີ, ຂໍ້​ມູນ​ສະຖິຕິ​ກ່ຽວ​ກັບ​ຄົນ​ພິການ ​ເພື່ອ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ບັນດາ​ນະ​ໂຍບາຍ​ພັດທະນາ​ທີ່​ມີ​ສ່ວນກ່ຽວຂ້ອງຄື ໜູ​ນຊ່ວຍ​ການ​ປະຕິບັດ ​ແລະ ຕິດຕາມ​ກວດກາ, ຕີ​ລາຄາ​ ດ້ວຍການ​ເຂົ້າ​ຮ່ວມ, ປະກອບສ່ວນ​ຂອງ​ຄົນ​ພິການ. ພ້ອມ​ກັນ​ນັ້ນ ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີຄົນ​ພິການ 7,2 ລ້ານ​ຄົນ. ຫວຽດນາມ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ຂອງ​ຕົນເພື່ອ​ໜູນ​ຊ່ວຍ​ຄົນ​ພິການ​ໃນ​ບັນດາ​ຂົງ​ເຂດ​ສົ່ງ​​ເສີມ​ສຸຂະພາບ, ສຶກສາ​ອົບຮົມ​ເພື່ອເຊື່ອມ​ຕົວ​​ເຂົ້າ​ກັບ​ສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ…ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ສົ່ງ​ເສີມ ​ແລະ ຊຸກຍູ້​ການ​ເຂົ້າຮ່ວມ​ຈາກ​ຫລາຍ​ຝ່າຍ​ໃນ​ການ​ໜູນ​ຊ່ວຍ​ຄົນ​ພິການ; ບັນດາ​ສະມາຄົມ, ອົງການ​ຄົນ​ພິການ​ຢູ່ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ຄົນ​ພິການ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ