ຫວຽດນາມໃຫ້ບຸລິມະສິດອະນຸລັກຮັກສາ,ເສີມຂະຫຍາຍບັນດາສີສັນແລະມູນເຊື້ອວັດທະນາທຳຂອງຊາດ

(VOVWORLD) -ປີ 2020 ຈະແມ່ນປີມີຄວາມໝາຍຫຼາຍຢ່າງສຳລັບຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນປີສ້າງຂີດໝາຍສິ້ນສຸດແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 2016 – 2020

“ຫວຽດນາມ ໃຫ້ບຸລິມະສິດໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາສີສັນ ແລະ ມູນເຊື້ອວັດທະນະທຳຂອງຊາດ”. ສິ່ງດັ່ງກ່າວເຊິ່ງທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ ແລະ ຜູ້ອຳນວຍການອົງການຊັບສິນທາງປັນຍາໂລກ (WIPO) ທ່ານ Francis Gurry ເນັ້ນໜັກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ, ເຊິ່ງດຳເນີນໃນວັນທີ 24 ກັນຍາ, ຢູ່ເຊີແນວ, ປະເທດສະວິດ. ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ ເນັ້ນໜັກວ່າ: ປີ 2020 ຈະແມ່ນປີມີຄວາມໝາຍຫຼາຍຢ່າງສຳລັບຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນປີສ້າງຂີດໝາຍສິ້ນສຸດແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 2016 – 2020 ແລະ ການຫັນປ່ຽນສູ່ໄລຍະເຕີບໂຕໃໝ່ໃນທົດສະວັດທີ 3 ຂອງສະຕະວັດທີ 21. ສິ່ງທີ່ໜ້າສົນໃຈກວ່າແມ່ນ, ໃນປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ