ຫວຽດນາມໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບ ສິດຂອງຄົນພິການ

ຫວຽດນາມໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບ ສິດຂອງຄົນພິການ - ảnh 1
(ພາບ​ປະ​ກອບຈາກ dantri.com.vn)

(vovworld) – ​ຕອ​ນ​ເຊົ້າ​ວັນ​ທີ 3/12, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມຫວຽດນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສາ​ກົນ​ເພື່ອ​ຄົນ​ພິ​ການ ແລະ ເຫດ​ການ​ຫວຽດ​ນາມ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຟ້າມ​ທິ​ຫາຍ​ຈ່​ວຽນ ຢືນ​ຢັນ​ວ່າ: ເລື່ອງ ຫວຽດ​ນາມ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ດ້ານການ​ເມືອງ​ຢ່າງ​ແຮງ​ໃນ​ວຽກ​ງານ​ປົກ​ປ້ອງ, ຊຸກ​ຍູ້​ເພື່ອ​ການ​ພັດ​ທະ​ນາ, ເພື່ອ​ຜົນ​ປະ​ໂຫຍດ​ສະ​ຫງວນ​ໃຫ້​ຄົນ​ພິ​ການ. ນີ້​ແມ່ນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ໃຫ້ ຫວຽດ​ນາມ ສະ​ແດງ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ​ທີ່​ມີ​ຕໍ່​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ເວົ້າ​ລວມ ແລະ ຄົນ​ພິ​ການ​ເວົ້າ​ສະ​ເພາະ:

        “ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸດ​ມັດ​ຜ່ານ​ແຜນ​ການ, ການ​ຈັດ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ລະ​ດົມ​ການ​ເຂົ້າ​ຮ່​ວມ​ຂອງ​ບັນ​ດາ​ອົງ​ການ​ເພື່​ອ​ຜັນ​ຂະ​ຫຍາຍ​ສົນ​ທ​ິ​ສັນ​ຍາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ກ່​ຽວ​ຂ້ອງ, ບຸກ​ຄົນທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຈະ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ, ກົດ​ໝາຍ​ສຳ​ລັບ​ຄົນ​ພິ​ການ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຂອ​ງ​ຄົນ​ພິ​ການ​ໃນ​ທຸກໆ​ຂົງ​ເຂດ.”

ຂ່າວ/ບົດ​ອື່ນ