ຫວຽດນາມໄດ້ຄັດເລືອກແມ່ນສະຖານທີ່ຈັດຕັ້ງເຫດການ AFF Awards 2019

(VOVWORLD) -ສະຫະພັນບານເຕະຫວຽດນາມ (VFF) ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຄັດເລືອກແມ່ນສະຖານທີ່ຈັດຕັ້ງເຫດການ AFF Awards 2019 – ງານລາຕີເຊີດຊູບັນດານັກເຕະບານດີເດັ່ນຂອງ ອາຊີຕາເວັນອອກສ່ຽງໃຕ້ ຊື່ງຈະດຳເນີນໃນຕອນຄ່ຳວັນທີ 8 ພະຈິກ ຈະມາເຖິງ ຢູ່ ໂຮງແຮມ JW Marriott  ຮ່າໂນ້ຍ. 
ຫວຽດນາມໄດ້ຄັດເລືອກແມ່ນສະຖານທີ່ຈັດຕັ້ງເຫດການ AFF Awards 2019 - ảnh 1ນັກເຕະ ກວາງຫ໋າຍ ຍິງເຂົ້າປະຕູຂອງທິມຊາດ ມາເລເຊຍ  (ພາບ: TTXVN)

ໃນງານລາຕີ ນີ້ ຄະນະຈັດຕັ້ງຈະມອບ 18 ລາງວັນດີເດັ່ນໃຫ້ແກ່ສ່ວນບຸກຄົນ, ອົງການ, ທິມບານເຕະທີ່ມີຜົນງານດີເດັ່ນກໍຄືອຸທິດສ່ວນຫລາຍຢ່າງໃຫ້ແກ່ບານເຕະພາກພື້ນ. ເລື່ອງຫວຽດນາມໄດ້ຄັດເລືອກແມ່ນສະຖານທີ່ຈັດເຫດການ AFF Awards 2019 ແມ່ນຄວາມເປັນກຽດສຳລັບບານເຕະ ຫວຽດນາມ ແລະ ກໍ່ແມ່ນການຮັບຮູ້ບົດບາດກໍ່ຄືການເຄື່ອນໄຫວຕັ້ງຫນ້າຂອງ VFF ໃນຊາຍຄາລວມຂອງບານເຕະອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ