ຫວຽດ​ນາມ​ໄດ້ຈັດ​ຕັ້ງ ຖ້ຽວ​ບິນ ​55 ຖ້​ຽວ​ເພື່ອນຳ​ສົ່ງ​ພົນ​ລະ​ເມ​ືອງ 13.323 ຄົ​ນ ຢູ່​ຕ່າງ​ປະ​ເທດ​ກັບ​ມາ​ປະ​ເທດ

(VOVWORLD) -ໃນເຫດການທີ່ກ່ຽວຂ້ອງ, ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໄລ່ຮອດເວລາ 6 ໂມງຂອງວັນທີ 17 ກໍລະກົດ, ໄດ້ 92 ມືແລ້ວທີ່ ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ ແລະ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ Covid – 19ໃ ມາຈາກຕ່າງປະເທດແມ່ນ 241 ຄົນ ພາຍຫຼັງເຂົ້າເມືອງມາກໍ່ໄດ້ແຍກຕົວໃນທັນທີ.

ຫວຽດ​ນາມ​ໄດ້ຈັດ​ຕັ້ງ  ຖ້ຽວ​ບິນ ​55 ຖ້​ຽວ​ເພື່ອນຳ​ສົ່ງ​ພົນ​ລະ​ເມ​ືອງ 13.323 ຄົ​ນ ຢູ່​ຕ່າງ​ປະ​ເທດ​ກັບ​ມາ​ປະ​ເທດ - ảnh 1

ຫວຽດນາມຕ້ອນຮັບພົນລະເມືອງຢູ່ບັນດາປະເທດກັບມາປະເທດ (ພາບ: TTXVN) 

ຕອນບ່າຍວັນທີ 16 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວ ນັດສາມັນ ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຕາມການຊີ້ນຳຂອງການນຳຂັ້ນສູງ, ພິເສດແມ່ນທ່ານນາຍົກລັດຖະມົນຕີ, ໃນໄລຍະທີ່ຜ່ານມາ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພ້ອມກັບບັນດາອົງການຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ ໄດ້ສົມທົບ ກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງບັນດາປະເທດຢ່າງແໜ້ນແຟ້ນ ເພື່ອນຳພົນລະເມືອງຫວຽດນາມ ກັບມາປະເທດຕາມຄວາມມຸ່ງມາດປາດຖະໜາ ແລະ ຮັບປະກັນການແນະນຳແຍກຕົວລວມຢູ່ແຕ່ລະປະເທດ”.

ໃນເຫດການທີ່ກ່ຽວຂ້ອງ, ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໄລ່ຮອດເວລາ 6 ໂມງຂອງວັນທີ 17 ກໍລະກົດ, ໄດ້ 92 ມື້ແລ້ວທີ່ ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກຊຸມຊົນ ແລະ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ມາຈາກຕ່າງປະເທດແມ່ນ 241 ຄົນ ພາຍຫຼັງເຂົ້າເມືອງມາກໍ່ໄດ້ແຍກຕົວໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ