ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເທົ່າທີ່ຫວຽດນາມສາມາດເຮັດໄດ້ດີທີ່ສຸດ.

(VOVWORLD) -ຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ດຳເນີນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເປັນການໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງປະເທດຊາດບົນເວທີສາກົນ.
ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເທົ່າທີ່ຫວຽດນາມສາມາດເຮັດໄດ້ດີທີ່ສຸດ. - ảnh 1ກອງປະຊຸມຖະແຫຼງຂ່າວປະຈຳເດືອນຂອງລັດຖະບານ (ພາບ:giaoducthoidai.vn)

ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຂອງລັດຖະບານ ໃນຕອນບ່າຍວັນທີ 1 ມີນາ,ຢູ່ຮ່າໂນ້ຍ, ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ຖືວ່າເລື່ອງ ຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ດຳເນີນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເປັນການໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງປະເທດຊາດບົນເວທີສາກົນ. ກອງປະຊຸມໄດ້ດຳເນີນໄປຢ່າງປອດໄພຢ່າງ. ການນຳທັງສອງປະເທດກໍ່ຄືນັກຂ່າວສາກົນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ. ນອກຈາກການປ້ອງກັນຄວາມສະຫງົບປອດໄພແລ້ວ, ຫວຽດນາມ ຍັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບ “ຄວາມຮັບຜິດຊອບຢ່າງສູງ” ໃນວຽກງານຈັດຕັ້ງ.

ຫວຽດນາມໄດ້ຈັດຕັ້ງກອງປະຊຸມເທົ່າທີ່ຫວຽດນາມສາມາດເຮັດໄດ້. ທັງສອງປະເທດລ້ວນແຕ້ຮູ້ສຶກວ່າ ຫວຽດນາມ ເປັນປະເທດທີ່ມີ ສັນຕິພາບ ແລະ ເສດຖະກິດພັດທະນາ. ໂລກໄດ້ຮູ້ຈັກຫຼາຍກ່ວາກ່ຽວກັບພາບພົດ, ວັດທະນະທຳ ແລະ ຊາວ ຫວຽດນາມ.

        ການຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມສະແດງໃຫ້ເຫັນແນວທາງການຕ່າງປະເທດ ອກກະລາດ, ເປັນເຈົ້າຕົວເອງ, ສັນຕະພາບ, ການຮ່ວມມື ແລະ ພັດທະນາ ຂອງ ຫວຽດນາມ, ສະແດງໃຫ້ເຫັນ ຫວຽດນາມ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ຕັ້ງໜ້າໃນການຊຸກຍູ້ວິວັດການສ້າງສັນຕິພາບໃນແຫຼມເກົາຫຼີ, ເປັນໂອກາດເພື່ອສ້າງບາດກ້າວໃໝ່ໃນການພົວພັນກັບ ອາເມລິກາ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ