ຫວຽດນາມໄດ້ຮັບ ເງິນຊ່ວຍເຫຼືອ ເພືອ່ລົບລ້າງທາດເຄມີ ທຳລາຍຊັ້ນໂອຊົນ

ຫວຽດນາມໄດ້ຮັບ ເງິນຊ່ວຍເຫຼືອ ເພືອ່ລົບລ້າງທາດເຄມີ ທຳລາຍຊັ້ນໂອຊົນ - ảnh 1
ອາຍພິດ Hydro Chloro Fluoro Carbons ຊຶ່ງ​​ເປັນ​ອັນຕະລາຍ​ເຮັດ​ໃຫ້​ໜ່ວຍ​ໂລກ​ອຸ່ນ​ຂຶ້ນ ( ພາບ : internet)


Vovworld - ຫວ່າງ​ແລ້ວ​ນີ້, ທະນາຄານ​ໂລກ WB ​ໄດ້​ອະນຸມັດ​ຜ່ານ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ທີ່​ມີ​ມຸນ​ຄ່າ​ເກືອບ 10 ລ້ານ USD ​ໃຫ້​ແກ່​ຫວຽດນາມ ​ແນ​ໃສ່​ໜູນ​ຊ່ວຍ​ລັດຖະບານ​ໃນ​ການ​ຫຼຸດຜ່ອນ​ທາດ Hydro Chloro Fluoro Carbons ຊຶ່ງ​ຈະ​ເປັນ​ອັນຕະລາຍ​ເຮັດ​ໃຫ້​ໜ່ວຍ​ໂລກ​ອຸ່ນ​ຂຶ້ນ, ​ໄລຍະ 2013-2015 . ​ໂຄງການ​ລົບ​ລ້າງທາດ Hydro Chloro Fluoro Carbons ຂອງຫວຽດນາມ​ຈະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ກ້າວໜ້າທີ່​ສຸດ​ເພື່ອລົບ​ລ້າງທາດ Hydro Chloro Fluoro Carbons ປະມານ 1.275 ​ໂຕນ​ຢູ່​ບາງ​ວິ​ສາ​ຫະກິດ​ໃຫຍ່​ຜະລິດ​ຟອງ​ນ້ຳ ​ແລະ ໜູນ​ຊ່ວຍ​ບັນດາ​ນະ​ໂຍບາຍ, ຂໍ້​ກຳນົດ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ເຕັກນິກ​ເພື່ອ​ຈຳກັດ​ການ ຈຳໜ່າຍທາດ Hydro Chloro Fluoro Carbons.

ຂ່າວ/ບົດ​ອື່ນ