ຫວຽດນາມໄດ້ຮັບການຕີລາຄາສູງໃນງານຕະຫລາດນັດບັນດາພື້ນຖານວັດທະນະທຳເພື່ອນມິດເມັກຊີໂກ2016

ຫວຽດນາມໄດ້ຮັບການຕີລາຄາສູງໃນງານຕະຫລາດນັດບັນດາພື້ນຖານວັດທະນະທຳເພື່ອນມິດເມັກຊີໂກ2016 - ảnh 1
ຮ້ານ​ສິນຄ້າ​ຂອງ ຫວຽດນາມ
(ພາບ: ຫວຽດນາມ+)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 05/06, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ຕະຫລາດນັດ​ບັນດາ​ພື້ນຖານ​ວັດທະນະທຳ​ເພື່ອນ​ມິດ ຄັ້ງ​ທີ 8 ຂອງ ​ເມັກ​ຊີ​ໂກ ທ່ານ​ນາງ Jessica Ibarra ​ໄດ້ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ ​ໃນ​ບັນດາ​​ງານ​ຕະຫລາດນັດ ພິ​ເສດ​ແມ່ນ​​ໃນ​ປີ​ນີ້ ດ້ວຍຜະລິດ​ຕະພັນ​ດ້ານ​ວັດທະນະທຳທີ່​ເປັນ​ເອກ​ະລັກສະ​ເພາະ​ລັກ​ແຫຼມ​ແຍບຍົມ ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ, ຍອດ​ຢ້ຽມຂອງ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ວິຖີ​ຊີວິດ​ຂອງ​ຊາວ ຫວຽດນາມ.ຕາມ​ທ່ານ Jessica Ibarra ​ແລ້ວ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ 8 ຄັ້ງຢ່າງ​ຄົບ​ຖ້ວນ ​ແລະ ຕັ້ງໜ້າ, ດ້ວຍ​ຊຸດ​ເສື້ອ​ຍາວ​ງາມ​ສະ​ເໜ່ທີ່​ເໝາະ​ສົມ​ກັບ​ແຟຊັນ ​ໃບ​ກຸບ​ທີ່​ທຳ​ມະດາ​ລຽບ​ງ່າຍ ​ເຍື່ອງ​ອາຫານ​ແນມ​ຈືນ, ຫອມ, ກອບ ​ແລະ ລົດ​ຊາດ​ກາ​ເຟສຳ​ເລັດ​ຮູບ​ຂອງ​ຕົນ ຮ້ານ​ສິນຄ້າ​ຂອງ ຫວຽດນາມ ຍາມ​ໃດ​ກໍ່ສ້າງ​ຄວາມດຶງ​ດູດ ​ແລະ ​ຄວາມ​ສົນ​ໃຈ​​ໃຫ້​ແກ່​ແຂກທີ່​ມາ​ຢ້ຽມ​ຊົມ. ທ່ານ​ນາງ Jessica Ibarra ຫວັງ​ວ່າ ຫວຽດນາມ ຈະສືບ​ຕໍ່​ເຂົ້າຮ່ວມ ​ແລະ ນຳ​ມາ​ໃຫ້​ຊາວ ​ເມັກ​ຊີ​ໂກ ຫລາຍ​ສິ່ງ​ທີ່​ບັງ​ເອີນ​ກ່ວາໃນ​ບັນ​ດາ​ງານ​ຕະຫລາດນັດ​ຄັ້ງ​ຕໍ່​ໄປ

ຂ່າວ/ບົດ​ອື່ນ