ຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະບໍລິຫານງານIPUອາຍຸການ2015-2019

ຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະບໍລິຫານງານIPUອາຍຸການ2015-2019 - ảnh 1
ຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກ
ຄະນະບໍລິຫານງານIPUອາຍຸການ2015-2019
(ພາບປະກອບ: Geneva)


(vovworld) – ກອງ​ປະຊຸມະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 133 (IPU 133) ​ແລະ ບັນດາ​ກອງ​ປະຊຸມທີ່​ກ່ຽວ​ຂ້ອງ​​​ເຊິ່ງດຳ​ເນີນ​​ຢູ່​​ເຊີ​ແນວ, ປະ​ເທດ​ສະວິດ, ​ໄດ້​ອັດ​ລົງ​ໃນ​ວັນ​ທີ 21/10, ພາຍຫຼັງ​​ເຮັດ​ວຽກ​ຢ່າງເປັນ​ທາງ​ການ​ໃນເວລາ 5 ວັນ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະສະພາສະມາຊິກ​ໄດ້​ເລືອກ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 2 ປະ​ເທດ ທີ່​ຕາງ​ໜ້າ​ໃຫ້​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ ເຂດ​ພູມ​ສາດ​ການ​ເມືອງ​ອາຊີ - ປາຊີ​ຟິກ ​ເຂົ້າຮ່ວມ​ຄະນະ​ບໍລິຫານງານ IPU ອາຍຸ​ການ 2015 – 2019. ຄະນະ​ບໍລິຫານ​ລວມມີ 17 ສະມາ​ຊິກລັດຖະສະພາບ, ​ເຊິ່ງ​ແມ່ນ​ອົງການ​​ໃຫ້​ຄຳ​ປຶ​ກສາ​​ສູງສຸດ​​ແກ່ສະພາ​ບໍລິຫານ ກ່ຽວ​ກັບ​ທຸກ​ບັນ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ IPU. ດ້ວຍ​ຖາ​ນະ​ເປັນ​ຜູ້ຕາງໜ້າ​ໃຫ້​ພາກ​ພື້ນ​ອາຊີ - ປາຊີ​ຟິກ ທີ່​ຄະນະ​ບໍລິຫານ​ງານ IPU, ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ ​ແລະ ທີ່​ຕັ້ງ​​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ ຂອງ​ພາກ​ພື້ນ​ເວົ້າ​ລວມ ທີ່​ເວທີ​ປາ​ໄສສະຫະພັນ​ລັດຖະສະພາລະຫວ່າງ​ຊາດ​​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ນີ້, ຜ່ານ​ນັ້ນ​ໄດ້​ປະກອບສ່ວນ​ຊຸກ​ຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ການ​ທູດ​ລວມ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ພ້ອມ​ທັງ​ກົມກຽວກັບ​ຜົນ​ປະ​ໂຫຍ​ດລວ​ມຂອງ​ພາກພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ