ຫວຽດນາມໄດ້ຮັບຕຳແໜ່ງເປັນປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ

(VOVWORLD) -        ຫວ່າງແລ້ວນີ້ ຢູ່ຈາກາຕາ, ໃນກອງປະຊຸມຄັ້ງທີ 16 ປະຈຳປີ 2019 ຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳຢູ່ອາຊຽນ (CPR) , ຫວຽດນາມໄດ້ຮັບຕຳແໜ່ງເປັນປະທານ CPR ຈາກໄທ. ເຂົ້າຮ່ວມພິທີມອບຮັບຕຳແໜ່ງ ມີທ່ານເລຂາທິການໃຫຍ່ອາຊຽນ ດາໂຕ ລິມຢົກຮອຍ
     ຫວຽດນາມໄດ້ຮັບຕຳແໜ່ງເປັນປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ - ảnh 1ການມອບຮັບຕຳແໜ່ງເປັນປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ 

ທ່ານເລຂາທິການໃຫຍ່ອາຊຽນ ດາໂຕ ລິມຢົກຮອຍ ໄດ້ຊົມເຊີຍຫວຽດນາມ ກະກຽມແບກຫາບຕຳແໜ່ງເປັນປະທານອາຊຽນໃນປີ 2020, ພ້ອມທັງຢືນຢັນວ່າ ຄະນະເລຂາອາຊຽນ ຈະສືບຕໍ່ໜູນຊ່ວຍຢ່າງຕັ້ງໜ້າ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ແລະ CPR ແນໃສ່ປະຕິບັດບັນດາໂຄງການບຸລິມະສິດຂອງປີທີ່ຫວຽດນາມເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ.

     ທ່ານເອກອັກຄະລັດຖະທູດ ເຈີນດຶກບີງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳອາຊຽນ ຢືນຢັນວ່າ ໃນຖານະທີ່ ເປັນປະທານອາຊຽນ 2020, ຫວຽດນາມ ຈະພະຍາຍາມພ້ອມກັບບັນດາປະເທດອາຊຽນ ແລະ ຄະນະເລຂາ ຜັນຂະຫຍາຍບັນດາການເຄື່ອນໄຫວຂອງ CPR, ເພີ່ມທະວີການພົວພັນລະຫວ່າງອາຊຽນ ກັບຄູ່ຮ່ວມມື ປະກອບສ່ວນຍົກສູງພາບພົດຂອງອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ