ຫວຽດນາມໄດ້ຮັບຫຼາຍລາງວັນໃຫຍ່ໃນ ງານປະກວດ ປີອາໂນ ສາກົນ ຮ່າໂນ້ຍ ຄັ້ງທີ 3

ຫວຽດນາມໄດ້ຮັບຫຼາຍລາງວັນໃຫຍ່ໃນ ງານປະກວດ ປີອາໂນ ສາກົນ ຮ່າໂນ້ຍ ຄັ້ງທີ 3 - ảnh 1
ບັນ​ດາ​ນັກ​ເສບ​ປີ​ອາ​ໂນ ທີ່​ເຂົາ​ຮ່ວມງານ​ປະ​ກວດ ປີອາ​ໂນ ສາ​ກົນ ຮ່າ​ໂນ້ຍ ຄັ້ງ​ທີ 3

(vovworld)- ງານ​ປະ​ກວດ ປີອາ​ໂນ ສາ​ກົນ ຮ່າ​ໂນ້ຍ ຄັ້ງ​ທີ 3 ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 11/9, ດ້ວຍ​ຜົນ​ສຳ​ເລັດ​ຂອງ​ນັກ​ເສບ​ປີ​ອາ​ໂນຫຼາຍ​ຄົນ​ຂອງ​ຫວຽດ​ນາມ. ໃນ​ນັ້ນ, ໃນ​ສາຍ A , ຫງວຽນລານແອງໄດ້​ຮັບ​ລາງວັນ : “ ນັກ​ເສບ​ບົດຕົນ​ຕີ ກ​ລາດ​ຊິກ​ມ່ວນ​ທີ່​ສຸດ” . ສ່ວນ​ໃນ​ສາຍ B , ນັກ​ເສບ ໂງ​ເຟືອງວີ ໄດ້​ຮັບ​ລາງວັນ​ທີ 1 ໃນ​ສາຍນີ້.        ໂງ​ເຟືອງ​ຖີ ເວົ້າ​ວ່າ :

   “ ນີ້​ແມ​່ນ​ການ​ປະ​ກວດ ປີອາ​ໂນ ສາ​ກົນ​ຄັ້ງ​ທີ 3 ຢູ່​ຮ່າ​ໂນ້ຍ, ພ້ອມ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ຄັ້ງ​ທີ 3 ທີ່​ນ້ອງ​ເຂົ້າ​ຮ່ວມ​ການ​ປະ​ກວດນີ້. ຜ່ານການ​ເຂົ້າ​ຮ່ວມ ການ​ປະ​ກວດ ປີອາ​ໂນ 3 ຄັ້ງ ນ້ອງ​ຮູ້​ສຶກ​ວ່າ ຕົນ​ເອງ​ໄດ້​ເຕີບ​ໃຫຍ່​ທາງ​ດ້ານ​ດົນ​ຕີຫຼາຍ ແລະ ໄດ້​ຮັບ​ເອົາ​ບັນ​ດາ​ບົດ​ຮຽນ​ທີ່​ປະ​ເສີດ. ນີ້​ແມ່ນ​ກຽດ​ຢ່າງ​ຍິ່ງ​ຂອງ​ນ້ອງ ແລະ ບັນ​ດາ​ເພື່ອນ​ອື່ນໆ​ອີກ ເພາະ​ວ່າ ນີ້​ແມ່ນການ​ປະ​ກວດ ປີອາ​ໂນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫ​ຍ່ ”

ຂ່າວ/ບົດ​ອື່ນ