ຫວຽດນາມໄດ້ຮັບເງິນສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດກວ່າ 2.200 ຕື້ດົ່ງ

(VOVWORLD) -ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບ 2 ລະບົບເຄື່ອງ ECMO ທີ່ມີມູນຄ່າ 7 ຕື້ດົ່ງ ຈາກກຸ່ມບໍລິສັດ ແຮ່ງຈິ່ງແທ່ງກົງ (NSJ Group)

ຫວຽດນາມໄດ້ຮັບເງິນສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດກວ່າ 2.200 ຕື້ດົ່ງ - ảnh 1 ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮັບ 2 ລະບົບເຄື່ອງ ECMO

(ພາບ: daidoanket.vn)

ວັນທີ 27 ສິງຫາ, ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບ 2 ລະບົບເຄື່ອງ ECMO ທີ່ມີມູນຄ່າ 7 ຕື້ດົ່ງ ຈາກກຸ່ມບໍລິສັດ ແຮ່ງຈິ່ງແທ່ງກົງ (NSJ Group) ທີ່ສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ທ່ານປະທານ ເຈິ່ນແທັງເໝີນ ໄດ້ເນັ້ນໜັກວ່າ, ຈາກຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ມີຫຼາຍອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍນ້ຳໃຈ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄດ້ຕັ້ງໜ້າສະໜັບສະໜູນເພື່ອພ້ອມກັບພັກ, ລັດ ສ້າງແຫຼ່ງກຳລັງເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຕື່ມອີກ.

        ມາຮອດປະຈຸບັນ, ພາຍຫຼັງການປຸກລະດົມມາເປັນເວລາ 5 ເດືອນ, ຈຳນວນເງິນບໍລິຈາກ ແລະ ວັດຖຸທີ່ໄດ້ສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນແກ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຜ່ານລະບົບຂອງແນວໂຮມຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໄດ້ຂຶ້ນເຖິງ 2.200 ກວ່າຕື້ດົ່ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ