ຫວຽດນາມໄດ້ຮັບເຊີນເປັນນັກປາຖະກະຖາຢູ່ກອງປະຊຸມKINSES2016ກ່ຽວກັບເຕັກໂນໂລຢີການສຶກສາ

ຫວຽດນາມໄດ້ຮັບເຊີນເປັນນັກປາຖະກະຖາຢູ່ກອງປະຊຸມKINSES2016ກ່ຽວກັບເຕັກໂນໂລຢີການສຶກສາ - ảnh 1
ທ່ານ​ປະລິນຍາ​ເອກ ຟ້າ​ມມິ​ງຕ໋ວນ ຜູ້​ກໍ່ຕັ້ງລະບົບ​
ເຕັກ​ໂນ​ໂລ​ຢີການ​ສຶກສາ TOPICA
(ພາບອິນເຕີແນັດ)

(vovworld) – ​    KINSES 2016 ​ແມ່ນ​ກອງ​ປະຊຸມຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບການ​ສຶກສາ​​ໂດຍ​ກອງ​ທຶນ ຍີ່ປຸ່ນ Kaizen, ​ໂຮງຮຽນ​ບໍລິຫານ​ທຸລະ​ກິດ Insead ​ແລະ ມະຫາວິທະຍາ​ໄລ ນິວຢ໋ອກ ຈັດ​ຕັ້ງ​ໄດ້ດຳ​ເນີນ​ເປັນ​ເວລາ 2 ວັນ​​ໃນ​ລະຫວ່າງ​ວັນ​ທີ 27 – 28/2 ຢູ່​ມະຫາວິທະຍາ​ໄລ Zayed, Dubai, ຊາ​ອຸ​ດິ ອາຣາ​ເບຍ. KINSES 2016 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 300 ທ່ານ, ນັກ​ປາຖະກະຖາ 50 ຄົນ​ທີ່ມາ​ຈາກ 20 ປະ​ເທດ​​ໃນ​ທົ່ວ​ໂລກ. ທ່ານ​ປະລິນຍາ​ເອກ ຟ້າ​ມມິ​ງຕ໋ວນ ຜູ້​ກໍ່ຕັ້ງລະບົບ​ເຕັກ​ໂນ​ໂລ​ຢີການ​ສຶກສາ TOPICA ​ເປັນ​ຜູ້​ແທນ ຫວຽດນາມ ​ໄດ້​ຮັບ​ເຊີນ​ເປັນ​ນັກ​ປາຖະກະຖາ​ທີ່​ກອງ​ປະຊຸມ​ດັ່ງກ່າວ.

        ດ້ວຍ​ຫົວ​ຂໍ້ “​ທ່າ​ອ່ຽງທົ່ວ​​ໂລກ, ຄວາມ​ຈິງ​ຢູ່​ພາກ​ພື້ນ”, KINSES 2016 ລວມມີ 11 ວາລະ​ປຶກສາ​ຫາລືອ້ອມ​ຂ້າງ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ ທ່າ​ອ່ຽງອຸດ​ສາ​ຫະກຳ​ການ​ສຶກສາ (Edtech) ​ແລະ ການ​ພັດທະນາ​ເຂັ້ມ​ແຂງ​ຂອງ​ມັນ​ໃນ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ຢູ່​ອາຊີ ​ແລະ ທະວີບອາ​ຟຣິກກາ. ທີ່​ກອງ​ປະຊຸມ, ທ່ານ​ປະລິນຍາ​ເອກ ຟ້າ​ມມິ​ງ ຕ໋ວນ ​ໃນຖານະ​ເປັນ​ຜູ້​ແທນ​ກຸ່ມ​ເຕັກ​ໂນ​ໂລ​ຢີການ​ສຶກສາ TOPICA, ຫົວ​ໜ່ວຍ​ໜຶ່ງ​ດຽວ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສະໜອງ​ຂໍ້​ມູນ​ຂ່າວ​ບໍລິການ​ປະລິນຍາ​ຕີທີ່​ມີ​ຄຸນ​ນະພາ​ບສູງ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃຫ້​ບັນດາ​ມະຫາວິທະຍາ​ໄລ. ທ່ານ​ປະລິນຍາ​ເອກ ຟ້າ​ມມິ​ງຕ໋ວນ ​ແນະນຳຜົນ​ກະທົບ​ຂອງ E-Learning ​ເຖິງ​ພື້ນ​ຖານ​ການ​ສຶກສາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ນັ້ນ​ແລ້ວ, E-Learning ຈະ​ໝັ້ນ​ໝາຍ​ນຳ​​ເອົາ​ກາລະ​ໂອກາດ​ຮ່ຳຮຽນ​ທີ່​ມີຄຸນ​ນະພາ​ບສູງ, ຄ່າ​ໃຊ້​ຈ່າຍ​ເໝາະ​ມາສົມ​ໃຫ້​ນັກ​ສຶກສາ​ທົ່ວ​ໂລກ, ​ໃນ​ນັ້ນ ມີ​ບັນດາ​ປະ​ເທດ​ພວມ​ພັດທະນາ.

ຂ່າວ/ບົດ​ອື່ນ