ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ

(VOVWORLD) -ວັນທີ 7 ມິຖຸນາປີ 2019 ຕາມເວລາທ້ອງຖິ່ນ ຢູ່ສຳນັກງານອົງການສະຫະປະຊາຊາດທີ່ນິວຢອກ, ອາເມລິກາ, ສະມັກຊາໃຫຍ່ ສະຫະປະຊາຊາດໄດ້ເລືອກຕັ້ງຫວຽດນາມເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດເຫັນດີຢ່າງຂາດຂັ້ນ
ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຕາມການກຳນົດແລ້ວ, ຫວຽດນາມຈະເລີ່ມແບກຫາບໜ້າທີ່ນີ້ ນັບແຕ່ວັນທີ 1 ມັງກອນປີ 2020 ເປັນຕົ້ນໄປ. ນີ້ແມ່ນເທື່ອທີ 2 ທີ່ຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດພາຍຫຼັງ ອາຍຸການທຳອິດປີ 2008-2009.

       ເນື່ອງໃນໂອກາດທີ່ ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບຢ່າງໝັ້ນຄົງ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຂອບໃຈບັນດາປະເທດສະມາຊິກສະຫະປະຊາຊາດ ທີ່ໄດ້ສະໜັບສະໜູນ, ມີຄວາມໄວ້ວາງໃຈເລືອກຕັ້ງຫວຽດນາມດຳລົງຕຳແໜ່ງນີ້ເປັນຄັ້ງທີ 2. ນີ້ແມ່ນການຮັບຮູ້ ແລະ ຕີລາຄາສູງຂອງສາກົນທີ່ມີຕໍ່ບົດບາດ ແລະ ການປະກອບສ່ວນຢ່າງເໝາະສົມຂອງຫວຽດນາມເຂົ້າໃນວຽກງານສາກົນ ແລະ ພາກພື້ນ, ສະແດງໃຫ້ເຫັນຖານະບົດບາດ ແລະ ອິດທິພົນທີ່ນັບມື້ນັບສູງຂອງຫວຽດນາມໃນເວທີສາກົນ.

     ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຊື່ອແນ່ວ່າ ຫວຽດນາມຈະແບກຫາບໜ້າທີ່ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ນີ້ຢ່າງສຳເລັດຜົນ, ສົມເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບຢ່າງໝັ້ນຄົງ.

    ຕອບສຳພາດນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງໃຫ້ຮູ້ວ່າ :

    “ ຫວຽດນາມມີຄວາມສະດວກຢ່າງໃຫຍ່ຫຼວງ, ນັ້ນແມ່ນ ສັນຕິພາບ, ການຮ່ວມມື ແລະ ພັດທະນາ ຍັງຄົງແມ່ນທ່າອ່ຽງ. ຫວຽດນາມມີປະສັບການຫຼາຍກ່ວາ, ພິເສດແມ່ນແນວທາງການຕ່າງປະເທດສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນທັດສະນະຂອງຫວຽດນາມກ່ຽວກັບບັນດາບັນຫາໃຫຍ່ຂອງວົງຕະນະຍາດສາກົນ, ບັນຫາໃນໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດຊຶ່ງໄດ້ຮັບການສະໜັບສະໜູນຈາກບັນດາປະເທດ. ພິເສດເມື່ອທຽບໃສ່ 10ປີກ່ອນນີ້, ບັນດາຜົນງານແຫ່ງການປ່ຽນແປງໃໝ່ ແລະ ຜົນງານໃນການເຊື່ອມໂຍງສາກົນຂອງພວກເຮົາ ໄດ້ຮັບການຢັ້ງຢືນ, ດັ່ງນັ້ນ ນີ້ແມ່ນເງື່ອນໄຂທີ່ສະດວກໃຫ້ແກ່ພວກເຮົາໃນໄລຍະທີີ່ຈະມາເຖິງ ”

ຕອບກັບ

ຂ່າວ/ບົດ​ອື່ນ