ຫວຽດນາມໄດ້ຮັບແຕ່ງຕັ້ງ ເປັນນັກປະຖະກະຖາຂອງ ກຳມາທິການກົດໝາຍ ສ.ປ.ຊ

ຫວຽດນາມໄດ້ຮັບແຕ່ງຕັ້ງ ເປັນນັກປະຖະກະຖາຂອງ ກຳມາທິການກົດໝາຍ ສ.ປ.ຊ - ảnh 1
​ວາລະ​ປະຊຸມ​ຄົບ​ຄະນະ​​ຂອງ​ສະມັດຊາ​ໃຫຍ່ ສ.ປ.ຊ (ພາບປະກອບ)


Vovworld- ​​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ຫຼ້າ​ສຸດ​ຂອງ​ຄະນະ​ກຳມາ​ທິການ​ກົດໝາຍ​ຂອງ​ສະມັດຊາ​ໃຫຍ່ ສ.ປ.ຊ ຊຸດທີ່ 67, ບັນດາຜູ້ແທນໄດ້ເຫັນດີເປັນ ເອກະສັນກັນ​ແຕ່ງ​ຕັ້ງທ່າ​ນ Pham Quang Hieu ທີ່​ປຶກສາ​ຄະນະ​ຜູ້​ແທນ​ຫວຽດນາມ​ປະຈຳ ສ.ປ.ຊ ໃຫ້ດຳລົງຕຳແໜ່ງນັກປະຖະກະຖາຂອງ​ຄະນະ​ກຳມາ​ທິການດັ່ງກ່າວ. ນີ້ແມ່ນຜູ້ຕາງໜ້າໃຫ້ແກ່ພາກພື້ນອາຊີ, ເຂົ້າຮ່ວມໃນກົນໄກ ບໍລິຫານວຽກງານຂອງ​ຄະນະ​ກຳມາ​ທິການ. ດ້ວຍ​ຖານະ​ເປັນ​ນັກປະຖະກະຖາ, ຜູ້ຕາງໜ້າ​ຂອງ​ຫວຽດນາມ​ຈະ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ຂອງ ສ.ປ.ຊ ​ໃນ​ບັນຫາ​ກົດໝາຍ ຄື​ເຂົ້າ​ຮ່ວມ​ການ​ບໍລິຫານ, ປະສານ​ງານ, ລວບ​ລວມລາຍ​ງານ​ບັນດາ​ວຽກ​ງານ ​ແລະ ຕາງໜ້າ​ໃຫ້​ຄະນະ​ກຳມາ​ທິການຍືນ​ສະ​ເໜີ​ບັນດາ​ຮ່າງ​ມະຕິ​ເພື່ອ​ໃຫ້​ສະມັດຊາ​ໃຫຍ່​ຮັບຮອງ​ເອົາ​ໃນ​ບັນດາ​ວາລະ​ປະຊຸມ. ​​ເຫດການ​ນີ້​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ສາກົນ​​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ມີ​ປະສິດທິ​ຜົນ.

 

 

ຂ່າວ/ບົດ​ອື່ນ