ຫວຽດນາມ-ໄທສະແດງຟ້ອນຕຸກກະຕາທີ່ເປັນມູນເຊື້ອ

ຫວຽດນາມ-ໄທສະແດງຟ້ອນຕຸກກະຕາທີ່ເປັນມູນເຊື້ອ - ảnh 1
ລາຍການ​ສະ​ແດງ​ຟ້ອນ​ຕຸກກະຕາທີ່​ເປັນ​ມູນ​ເຊື້ອ
(ພາບອິນເຕີແນັດ)

(vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ (6/8/1976 – 6/8/2016) ຕອນ​ຄ່ຳ​ວັນ​ທີ 18/06 ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ສະຖານທູ​ດລາຊະ​ອານາຈັກ​ ​ໄທ ປະຈຳ ຫວຽດນາມ ຈັດ​ຕັ້ງ​ລາຍການ​ສິລະ​ປະ​ຟ້ອ​ນຕຸກກະຕາ​ທີ່​ເປັນມູນ​ເຊື້ອ ​ໂດຍ​ໂຮງ​ລະຄອນ​ຟ້ອນ​ຕຸກກະຕາ​ທີ່​ເປັນມູນ​​ເຊື້ອ ​ໄທ ​ແລະ ​ໂຮງ​ລະຄອນຟ້ອນ​ຕຸກກະຕາ ຫວຽດນາມ ສະ​ແດງ. ​ເຂົ້າ​ຮ່ວມລາຍການມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄທ ທະ​ນາ​ສັກ ປະຕິ​ປະກອນ ​, ທ່ານຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ.

        ກ່າວ​ຄຳ​ເຫັນ​ພິທີ​ໄຂລາຍການ​ສະ​ແດງ, ທ່ານ​ເອກ​ອັກຄະ​ລັດຖະທູດ ລາຊະ​ອານາ​ຈັກ ​ໄທ ປະຈຳ ຫວຽດນາມ ມານົບ​ໃຈ ວົງ​ພະ​ດີ ເນັ້ນ​ໜັກ​ວ່າ: ​​ໂດຍ​ເລີ່​ມມາ​ຈາກ​ຄວາມ​ສຳຄັນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະລະ​ຫວ່າງ 2 ປະ​ເທດ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ, ສະຖານທູດ ​ໄທ ປະຈຳ ຫວຽດນາມ ຈັດ​ຕັ້ງ​ລາຍການ​ສະ​ແດງ​ຟ້ອນ​ຕຸກກະຕາທີ່​ເປັນ​ມູນ​ເຊື້ອ. ສິ່ງ​ດັ່ງກ່າວ​ຍິ່ງ​ມີ​ຄວາມ​ໝາຍ​ກ່ວາ ​ເມື່ອ 2 ປະ​ເທດ​ມີ​ພື້ນຖານ​ຟ້ອນ​ຕຸກກະຕາທີ່​​ເປັນ​ເອກະ​ລັກສະ​ເພາະ, ປະກອບ​ສ່ວນ​ແລກ​ປ່ຽນ, ຮ່ວມ​ມື ​ເພື່ອ​ແນ​ໃສ່​ຮັກສາປະ​ເພ​ດສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ໄວ້.

 

ຂ່າວ/ບົດ​ອື່ນ