ຫວຽດນາມໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງພື້ນຖານເສດຖະກິດ

ຫວຽດນາມໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງພື້ນຖານເສດຖະກິດ - ảnh 1
ຜູ້​ແທນກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 21/12, ທີ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມອິນ​ເຕີ​ແນັດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ວັນ​ອິນ​ເຕີ​ແນັດ 2016 ດ້ວຍ​ຫົວ​ຂໍ້​ວ່າ “ການ​ປະກອບສ່ວນ​ຂອງ​ເນື້ອ​ໃນ​ດີ​ຈີ​ຕອນ​ໃຫ້​ພື້ນຖານ​ເສດຖະກິດ​ອິນ​ເຕີ​ແນັດ” ທີ່​ເວທີ​ປາ​ໄສ, ນັກ​ບັນ​ລະ​ຍາຍ​ຫຼາຍ​ຄົນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ປະຈຸ​ບັນຂະ​ແໜງ​ເນື້ອ​ໃນ​ດີ​ຈີ​ຕອນ​ຂອງ​ຫວຽດນາມ ຫາ​ກໍ່​ສຸມ​ໃສ່​ເຂົ້າ​ໃນ​ແງ່​ມູມຕິດ​ຕໍ່​ພົວພັນ, ບັນ​ເທີ​ງ​ ​ແລະ ​ສື່ສານເທົ່າ​ນັ້ນ, ສ່ວນຂົງ​ເຂດຍັງມີຄວາມສຳຄັນອື່ນ​ອີກ​ຄື: ​ການ​ສຶກສາ, ການ​ຄ້າ​ເອ​ເລັກ​ໂຕ​ນິກຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ຫງວຽນ​ແທ່ງ​ຮຶງ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໃຫ້​ຮູ້​ວ່າ ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ແມ່ນ​ບາດກ້າວ​ພັດທະນາ​ທີ່​ຈຳ​ເປັນ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງ ​ເມື່ອ​ພື້ນຖານ​ເສດຖະກິດສື່ສານ​ພວມ​ຄ່ອຍໆອີ່ມ​ຕົວ.​ ການ​ໝູນ​ໃຊ້​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​​ການ​ເຄື່ອນ​ໄຫວທັງ​ໝົດ​ຂອງ​ພື້ນຖານ​ເສດຖະກິດ​ຕາມ​​ທິດ​ມີ​ປະສິດທິ​ຜົນ​ກວ່າ, ​ໄດ້ດີກ​ວ່າ ​ແລະ ​ເລິກ​ເຊິ່ງກວ້າງຂວາງ​ກວ່າ ​ໄດ້​ສ້າງ​ເປັນ​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ບໍ່​ມີ​ພົມ​ແດນ, ນຳ​ມາ​ເຊິ່ງຄຸນຄ່າ​ກຳ​ໄລ​ສູງ. ສະ​ນັ້ນ, ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ ​ເພື່ອ​ຊຸກຍູ້ ​ແລະ ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ເນື້ອ​ໃນ​ດີ​ຈີ​ຕອນ​ໃຫ້​ກາຍ​ເປັນ​ປາຍ​ແຫຼມ​ຂອງ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ທ່ານ ຫງວຽນ​ແທ່ງ​ຮຶງ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ໝູນ​ໃຊ້​ບັນດາ​ທ່າ​ແຮງ​ຂອງ​ຫວຽດນາມ​ໃນ​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ, ສິ່ງ​ຮີບ​ດ່ວນສຳລັບ​ບັນດາ​ຜູ້​ຮັບຜິດຊອບ​ດ້ານເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງ​ປ່ຽນ​ແປງ​ຈີນ​ຕະນາ​ການ, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບພື້ນຖານ​ໂຄງ​ລ່າງ, ສຸມ​ໃສ່​ສ້າງ​ລະບົບ​ຊີວະ​ພາບ​ບົນ​ພື້ນຖານ​ໂຄງ​ລ່າງ, ຜ່ານ​ນັ້ນ​ອານຸຍາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເນື້ອ​ໃນ​ດີ​ຈີ​ຕອນ​ອື່ນ​ມີ​ຄວາມ​ເສລີ​ໃນ​ການປະດິດ​ສ້າງ​”.

 

ຂ່າວ/ບົດ​ອື່ນ