ຫວຽດນາມໝັ້ນໝາຍພ້ອມກັບ ປະຊາຄົມຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມໝັ້ນໝາຍພ້ອມກັບ ປະຊາຄົມຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ    - ảnh 1
(ພາບ​ປະ​ກອບ)

ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນບັນ​ດາ​ປະ​ເທດ​ພວມ​ພັນ​ທະ​ນາ​ທຳ​ອິດ​ໃນ​ໂລກ​ໄດ້​ສຳ​ເລັດ​ບົດ​ລາຍ​ງານ 2 ປີ​ເທື່ອ​ໜຶ່ງ​ໃຫ້​ແກ່​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ.ປ.ຊ ​ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຊຶ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ. ນີ້​ແມ່ນ​ພະ​ຍານຫຼັກ​ຖານ​ລະ​ອຽດ ແລະ ແທດ​ຈິງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ໝາຍຂອງ​ຫວຽດ​ນາມ​ພ້ອມ​ກັບ ປະ​ຊາ​ຄົມ​ໂລກໃນການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍ​ຄື​ເຮັດຫຼ້ອນ​ພັນ​ທະ​ຂອງ​ປະ​ເທດ​ພວມ​ພັນ​ທະ​ນາ​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ.

      ທ່ານ​ຝ້າມ​ວັນ​ເຕີນ ຮອງ​ຫົວ​ໜ້າ​ອຸ​ຕຸ​ນິ​ຍົມ, ອຸ​ໂທກ​ກະ​ສາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ 

   “  ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມຖືກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໝາຍ​ໃຫ້​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການຕ່າງໆສ້າງ​ແຜນ​ການ​ປະ​ກອບ​ສວ່ນໂດຍ​ປະ​ເທດ​ຊາດ​ຕັດ​ສິນ. ແຜນ​ການ​ປະ​ກອບ​ສວ່ນນີ້​ມີ​ທັງ​ປະ​ກອບ​ສ່ວນ​ກ່ຽວ​ກັບການຫຼຸດ​ຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ, ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການດັບປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຢີ, ການ​ເງິນ. ພວກ​ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ວ່າ​ຈະ​ສຳ​ເລັດ​ໃນ​ເດືອນ 5 ເພື່ອ​ຍືນ​ສະ​ເໜີ​ລັດ​ຖະ​ບານ​ພິ​ຈາ​ລະ​ນາ, ແລ້ວ​ກໍ​ຍືນ​ສະ​ເໜີ​ຕໍ່​ຄະ​ນະ​ເລ​ຂາ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ.ປ.ຊ ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.  ”

 

ຂ່າວ/ບົດ​ອື່ນ