ຫວຽນ​ດາມ ຖື ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຍຸດ​ທະ​ສາດ​ແຖວ​ໜ້າ

(VOVWORLD) - ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ມາ ຫວຽດນາມ ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ຫວຽນ​ດາມ ຖື ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຍຸດ​ທະ​ສາດ​ແຖວ​ໜ້າ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈຂອງທ່ານປະທານາທິບໍດີ Joe Biden  ເຖິງທ່ານປະທານປະເທດ ໂຕເລິມ. ໃນຈົດໝາຍ, ທ່ານປະທານາທິບໍດີ Joe Biden ໄດ້ຫວນຄືນບັນດາຄວາມຊົງຈຳ ແລະ ຄວາມປະທັບໃຈກ່ຽວກັບການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄັ້ງທຳອິດທີ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ໃນປີ 2015, ແລະ ຄວາມເອກອ້າງທະນົງໃຈທີ່ໄດ້ຢືນຖ່າຍຮູບກັບທ່ານເລຂາທິການໃຫຍ່ ໃນການຢ້ຽມຢາມ ຮ່າໂນ້ຍ ເມື່ອປີ 2023. ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ອາເມລິກາ ຈະບໍ່ມີວັນທີ່ຈະລືມການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ທ່ານປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖື ອາເມລິກາ ເປັນຄູ່ຮ່ວມມືມີຄວາມສຳຄັນຍຸດທະສາດແຖວໜ້າຂອງ ຫວຽດນາມ ແລະ ຊົມເຊີຍ ອາເມລິກາ ທີ່ສືບຕໍ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນປະເທດ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”. ທ່ານນາຍົກລັດຖະມົນຕີ ເນັ້ນໜັກຄວາມປາດຖະໜາຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ Joe Biden  ແນໃສ່ນຳຂອບເຂດການພົວພັນໃໝ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ສະຖຽນລະພາບ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ  ອາເມລິກາ ຖື ຫວຽດນາມ ເປັນຄູ່ຮ່ວມມືມີຄວາມສຳຄັນແຖວໜ້າຢູ່ພາກພື້ນ ແລະ ຢັ້ງຢືນວ່າ ຈະສືບຕໍ່ພ້ອມກັບ ຫວຽດນາມ ປັບປຸງການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ, ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນ.

        ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢູ່ສຳນັກງານລັດຖະບານ ເຊັ່ນດຽວກັນ.   

ຫວຽດເກື່ອງ

ຕອບກັບ

ຂ່າວ/ບົດ​ອື່ນ