ຫົວເລື່ອງກໍ່ສ້າງອະນາຄົດໃນພິທີສະເຫຼີມສະຫຼອງ51ປີແຫ່ງວັນຊາດສິງກະໂປ

ຫົວເລື່ອງກໍ່ສ້າງອະນາຄົດໃນພິທີສະເຫຼີມສະຫຼອງ51ປີແຫ່ງວັນຊາດສິງກະໂປ - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 09/08, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 51 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສິງ​ກະ​ໂປ ​ໄດ້​ຈັດ​ຕັ້ງ​ຢູ່​ສະຖານ​ທີ່​ຫລາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດນີ້, ດ້ວຍຈຸດ​ພົ້ນ​​ເດັ່ນ​ແມ່ນ​ພິທີ​ສະ​ເຫຼີ​ມສະຫຼອງຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​​ຢູ່ສະໜາມກິລາ​ແຫ່ງ​ຊາດ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ. ​ເຂົ້າຮ່ວມ​ພິທີ​ມີ​ທ່ານ​ປະທານາທິບໍດີ Tony Tan, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ແລ​ະ ພ້ອມກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ລັດຖະບານ. ດ້ວຍຫົວ​ເລື່ອງ ກໍ່ສ້າງ​ອະນາຄົດ​ໃຫ້ ສິງກະ​ໂປ, ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ​​ໃນ​ປີ​ນີ້ ​ໄດ້​ຈັດ​ຕັ້ງ​ຕາມ​ເລື່ອງ​ລາວ​ກ່ຽວ​ກັບ​ວິວັດທະ​ນາ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ປະ​ເທດ​ຊາດ ຜ່ານ​ບັນດາ​ໄລຍະ ​ແລະ ມຸ່ງ​ໄປ​ເຖິງ​ອະນາຄົດ​ອັນ​ດີງາມ​ກ່ວາ. ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ​ຄັ້ງ​ທີ 51 ຂອງ ສິງກະ​ໂປ ​ແມ່ນມີພຽງ​ແຕ່​ມີບັນດາ​ການ​ເດີນ​ຂະ​ບວນຂອງ​ເຫຼົ່າ​ຮົບ​ເຫຼົ່າ​ທັບ​ຕ່າງໆ ພ້ອ​ມກັບ​ກຸ່ມ​ກ້ອນມະຫາຊົນ ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ປະ​ເທດ ສິງກະ​ໂປ ມີຄວາມ​ສາມັກຄີ ​​ເປັນເອກະ​ພາບ.

 

ຂ່າວ/ບົດ​ອື່ນ