ຫົວໜ່ວຍ, ທ້ອງຖິ່ນຕ່າງໆ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປຸງປັບ

ຫົວໜ່ວຍ, ທ້ອງຖິ່ນຕ່າງໆ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປຸງປັບ - ảnh 1
ພາບປະກອບ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 13/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ເພື່ອ​ແນ​ໃສ່​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນະ​ທີ່​ນີ້, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບຫຼາຍ​ຄຳ​ເຫັນ​​ເຂົ້າ​ໃນ​ບັນດາ​ບັນຫາ​ໃຫຍ່​ໃນ​ຮ່າງ​ລັດຖະທຳ​ມະນູນ​ຄື: ຄຳ​ນຳ, ບົດບາດນຳ​ພາ​ຂອງ​ພັກ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ.​.​.​ ກ່ຽວ​ຂ້ອງ​ເຖິງບົດ​ແນະນຳ​ຂອງ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນສົ່ງ​ເສ​ີມປະຊາຊົນ​ສືບຕໍ​່ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ຮອດ​ວັນ​ທີ 30/9/2013 ກ່ອນ​ທີ່​ຍື່ນສະ​ເໜີ​ໃຫ້ສະພາ​ແຫ່ງ​ຊາດ​​ຮັບຮອງ​​ເອົາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາ​ມ ອວງຈູ​ລີວ ຢັ້ງຢືນ​ວ່າ:

“ນີ້​​ແມ່ນ​ສິດ​ອຳນາດຂອງ​ສະພາ​ແຫ່ງ​ຊາດ ທີ່​ໄດ້​ລະບຸ​ຢ່າງຈະ​ແຈ້ງ​ໃນ​ມະຕິ 38. ນີ້​ກໍ່​ແມ່ນ​ຄວາມ​ມຸ່ງມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ບັນດາ​ທ້ອງ​ຖິ່ນ. ຖ້າ​ຫາກ​ສິ້ນ​ສຸດ​ການ​ຮັບ​ເອົາ​ຄຳ​ເຫັນ​​ໃສ່​ຮ່າງ​ລັດຖະທຳ​ມະນູນ​​ໃນ​ວັນ​ທີ 31/3 ​ຫຼັງ​ຈາກ​ນັ້ນ​ທຸກ​ຄົນ​ບໍ່​ມີ​ສິດ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ແມ່ນ​ບໍ່​ມີປະຊາທິປະ​ໄຕ ​ແລະ ບໍ່​ສາມາດ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ. ດັ່ງ​ນັ້ນ​ໃນ​ບົດ​ແນະນຳ​ໄດ້​ເວົ້າ​ວ່າ: ພາຍຫຼັງ​ວັນ​ທີ 31/3 ບັນດາ​ອົງການ, ຫົວໜ່ວຍ​ຕ່າງໆຍັງ​ມີ​ສິດ​ສົ່ງຄຳ​​ເຫັນປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ.”

        ຢູ່​ແຂວງ ຮ່າ​ຕິ້ງ, ພາ​ຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ​ເດືອນ, ມີ​ກ່ວາ 150.000 ອົງການ, ຫົວໜ່ວຍ, ສ່ວນ​ບຸກຄົນ ​ໄດ້​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ​ເມື່ອ​ປະກອບ​ຄຳ​ເຫັນ​​ໃສ່ ມາດຕາ​ 4 ​ໃນຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ແລະ ບົດບາດນຳ​ພາ​ຂອງ​ພັກ ທີ່​ມີ​ຕໍ່​ກຳລັງ​ປະກອບ​ອາວຸດ, ພັນ​​ໂທ ຫວໍ​ຈ້ອງ​ຫາຍ, ຮອງ​ຜູ້​ບັນຊາ​ການ​ໃຫຍ່​ກຳລັງທະຫານ​ປ້ອງ​ກັນຊາຍ​ແດນ​ແຂວງ ຮ່າ​ຕິ້ງ ຖື​ວ່າ:

​“ໃນ​ກຳລັງ​ປະກອບ​ອາວຸດ​ຂອງ​ພວກ​ຂ້າພະ​ເຈົ້າ, ການປະກອບຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຂອງ​ພະນັກງານ, ນັກຮົບ​ແມ່ນ​ດີ​ຫຼາຍ. ຍ້ອນ​ວ່າ, ອ້າຍ​ນ້ອງ​ໄດ້​ກຳນົດ​ວ່າ: ປະ​ເທດ​ຊາດ​ໄດ້​ຜ່ານ​ຜ່າ​ຫຼາຍ​ລຸ້ນຄົນ​ເພື່ອ​ສ້າງສາ​ປະ​ເທດ​ຊາດ​ແລ້ວ, ປະຈຸ​ບັນ ​ເດີນຕາມ​ທັດສະນະມີ​ພຽງ​ແຕ່​​ພັກ​ດຽວ​ເທົ່າ​ນັ້ນ, ປະ​ເທດ​ມີ​ຫຼາຍ​ພັກ​​ແມ່ນ​ສັບສົນ​ຫຼາຍ.”

        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະມາຄົມ​ທະນາຍຄວາມ ຫວຽດນາມ ກໍ່​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ເນື້ອ​ໃນ​ຮ່າງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ບັນດາ​ຈຸດ​ໃໝ່, ມີ​ຄວາມ​ກ້າວໜ້າ​ຫຼາຍ,  ສາມາດ​ທ່ວງທັນ​ສຳ​ລັບບັນດາ​ການ​ພົວພັນ​ສັງຄົມທັນສະໄໝ.                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                

ຂ່າວ/ບົດ​ອື່ນ