ຫົວໜ້າກຸ່ມ IS Al Baghdadi ປະກົດຕົວຄືນໃໝ່ ພາຍຫຼັງຫຼົບຕົວໄປເປັນເວລາ 5 ປີ

(VOVWORLD) -   ກໍາລັງປ້ອງກັນຄວາມສະຫງົບ ອີຣັກ ຖືວ່າ Al Baghdadi ກໍາລັງດໍາລົງຊີວິດຢູ່ ຊີຣີ, ເຖິງວ່າ ເຄີຍຊອກຫາວິທີໄປຍັງ ອີຣັກ ມາເປັນຫຼາຍຄັ້ງ

        ວັນທີ 29 ເມສາ, ສື່ມວນຊົນ ຕາເວັນອອກກາງ ໄດ້ໃຫ້ຂ່າວວ່າ, ຫົວໜ້າຂອງອົງການກໍ່ການຮ້າຍ ແຫ່ງລັດ ອິດສະລາມ (IS) ໂດຍອ້າງຊື່ເອງວ່າ Al Baghdadi ໄດ້ປະກົດຕົວໃນເທບວິດີໂອໂຄສະນາຂອງ IS ເຊິ່ງເຄືອຂ່າຍສື່ມວນຊົນ Al Furqan ຂອງກຸ່ມດັ່ງກ່າວຖະແຫຼງໃນ ສື່ສັງຄົມ Telegram. ນີ້ເປັນການປະກົດຕົວຄັ້ງທໍາອິດ ຂອງ ຫົວໜ້າ IS ໃນໄລຍະ 5 ປີ ຜ່ານມາ.

        ປັດຈຸບັນຍັງບໍ່ທັນຮູ້ຊັດເຈນວ່່າ ຮູບຖ່າຍດັ່ງກ່າວຖືກຖ່າຍໃນຈຸດເວລາໃດ, ແຕ່ໃນ ເທບ ວິດີໂອດັ່ງກ່າວ, Al Baghdadi ໄດ້ເຕື້ອງເຖິງສະພາບຄວາມເຄັ່ງຕຶງທີ່ແກ່ຍາວເປັນເວລາຫຼາຍເດືອນຜ່ານມາ ໃນການປະທະກັນຢູ່ Baghouz ເຊິ່ງເປັນເຮືອນຮັງສຸດທ້າຍຂອງ IS ຢູ່ພາກຕາເວັນອອກ ຊີຣີ. ຫົວໜ້າ IS ກໍຖະແຫຼງວ່າ ອົງການກໍ່ການຮ້າຍນີ້ ຈະຊອກຫາວິທີເພື່ອແກ້ແຄ້ນເລື່ອງ ບັນດາມືປືນຂອງ IS ຖືກ ທໍາລາຍ ແລະ ຈັບເຂົ້າຄຸກ.

        ກໍາລັງປ້ອງກັນຄວາມສະຫງົບ ອີຣັກ ຖືວ່າ Al Baghdadi ກໍາລັງດໍາລົງຊີວິດຢູ່ ຊີຣີ, ເຖິງວ່າ ເຄີຍຊອກຫາວິທີໄປຍັງ ອີຣັກ ມາເປັນຫຼາຍຄັ້ງ.


 

ຕອບກັບ

ຂ່າວ/ບົດ​ອື່ນ