ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນອວຍພອນບຸນເຕັດຢູ່ແຂວງຮ່ານາມແລະຮືງອຽນ

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນອວຍພອນບຸນເຕັດຢູ່ແຂວງຮ່ານາມແລະຮືງອຽນ - ảnh 1
ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ອວຍພອນ​ບຸນ​ເຕັດ​ຢູ່​ແຂວງຮ່າ​ນາມ
(ພາຍ: TTXVN)

(vovworld) – ​ ວັນ​ທີ 31/01, ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ, ກຳມະການ​ກົມ​ການ​ເມືອງ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ​ໄດ້ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ແຂວງ ຮ່າ​ນາມ ​ແລະ ​ແຂວງ ຮື​ງອຽນ. ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ນຳ​ແຂວງ ຮ່າ​ນາມ ​ແລ​ະ ປະຊາຊົນ​ໃນ​ແຂວງ​ຈະ​ເສີມ​ຂະຫຍາຍ​ບັນດາທ່າ​ແຮງ ​ເພື່ອ​ນຳ​ແຂວງ ຮ່າ​ນາມ​ນັບ​ມື້​ນັບ​ພັດທະນາ, ບັນລຸລື່ນ​ກາຍ​ຕົງ​ເລກ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ​ເມື່ອ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮື​ງອຽນ, ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ​ເຊື່ອ​ໝັ້ນ​ວ່າ: ​ແຂວງ ຮື​ງອຽນ ຈະ​ເສີມ​ຂະຫຍາຍ​ທ່າ​ແຮງ ​ເປັນ​ແຂວງ​ໃກ້ກັບ​ນະຄອນຫລວງ, ຊຸກຍູ້​ພື້ນຖານ​ເສດຖະກິດ​ຂອງ​ແຂວງ ຮື​ງອຽນ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ