ຫົວໜ້າຄະນະກຳມະການກວດກາສູນກາງເຮັດວຽກກັບທະຫານລູກສອນໄຟ ຕັ້ງທັບຢູ່ແຂວງຮ່ວາບິງ

ຫົວໜ້າຄະນະກຳມະການກວດກາສູນກາງເຮັດວຽກກັບທະຫານລູກສອນໄຟ ຕັ້ງທັບຢູ່ແຂວງຮ່ວາບິງ - ảnh 1
ທ່ານ ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ
(ພາບ​ປະ​ກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 14/12, ຢູ່​ແຂວງ​ຮ່ວາ​ບິງ, ທ່ານ ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ນັກຮົບກອງພັນ​ລູກ​ສອນ​ໄຟ 152, ກອງພັນ​ໃຫຍ່ 250, ກອງ​ພົນ 361 ຂຶ້ນ​ກັບ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ, ຕັ້ງ​ທັບຢູ່​ແຂວງ ຮ່ວາ​ບິງ. ທ່ານ​ໂງ​ວັນ​ຢຸ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ກອງ​ພົນ 361, ກອງພັນ​ໃຫຍ່ 250 ​ໃນ​ປີ 2014, ​ໄດ້​ປະຕິບັດ​ສຳ​ເລັດ​​ວຽກ​ງານ​​ເຝິກອົບຮົມ ​ແລະ ກຽມພ້ອມ​ສູ້​ຮົບ, ​ເປັນ​ເຈົ້າ​ອາວຸດ​ທັນ​ສະ​ໄໝຢ່າງ​ດີ​ເດັ່ນ. ທີ່​ບັນດາ​ບໍລິ​ເວນ​ຕັ້ງ​ທັບ, ທະຫານ​ລູກ​ສອນ​ໄຟ ​ໄດ້​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ເສນາ​ຮັກ​​ໄດ້ກວດ ​ແລະ ປິ່ນ​ປົ່ວ​ພະຍາດ​ໃຫ້​ປະ​ຊາ​ຊົນ; ບໍລິຈາກ​​ແຮງ​ງານ​ນັບ​ພັນ​ວັນ ​ແລະ ອຸປະກອນ​ຕ່າງໆ ປະກອບສ່ວນສ້າງ​ຊົນນະບົດ​ໃໝ່​ຢູ່​​ເຂດ​ພູດ​ອຍ. ທ່າ​ນ ​ໂງ​ວັນ​ຢຸ ກໍ່​ໄປ​ຢື້ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ ​ແລະ ມອບ​ຂອງ​ຂວັນ​ໃຫ້​ຄອບຄົວ​ປ້າ ຫງວຽນ​ທິຕ໋ຽນ, ​ເມຍ​ຂອງ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຫງວຽນ​ວັນ​ເກີນ ຢູ່​ນະຄອນ ຮ່ວາ​ບິງ.


ຂ່າວ/ບົດ​ອື່ນ