ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມບັນດາຜູ້ມີຍົດຖາບັນດາສັກຊາວກາໂຕລິກ

(vovworld) – ​​​​ຕອນ​ເຊົ້າ​ວັນ​ທີ 10/4, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ຜູ້​ດີ​ເດັ່ນ​ຈຳ​ນວນ​ໜຶ່ງໃນ​ສາ​ສະ​ໜາ​​ກາ​ໂຕ​ລິກ ແລະ ສາ​ສະ​ໜາ ໂປ​ແຕັ​ສ​ຕັງ ຢູ່​ພາກ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ Easter 2017. ທີ່​ການ​ຕ້ອ​ນ​ຮັບ​ກັບ​ສັງ​ຄະ​ນາ​ຍົກ ບຸ່ຍ​ວັນ​ດອກ, ທ່ານ​ນາງ ​ເຈ​ືອງ​ທິ​ມາຍ ຫວັງ​ວ່າ ພໍ່​ແມ່​ຊາວ​ຄຼິດ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ, ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ປະ​ຕິ​ບັດຫຼັກ​ສິນ​ທຳຢູ່​ໃນ​ສິນ ກິນ​ໃນ​ທຳ.

        ສ່ວນ​ສັງ​ຄະ​ນາ​ຍົກ ບຸ່ຍ​ວັນ​ດອກ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ການ​ນຳ ອຳ​ນາດ​ການ​ປົກ​ຄອງ​ກັບ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ໃນ​ສະ​ມາ​ຄົມ ແລະ ພໍ່​ແມ່​ຊາວ​ຄຼິດ​ນັບ​ມື້​ນັບ​ດີ​ງາມ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ພັດ​ທະ​ນາ ແລະ ​ມີສະ​ຖຽນ​ລະ​ພາບ.”

        ແລະ​ກໍ່​ໃນ​ຕອ​ນ​ເຊົ້າ​ວັນ​ທີ 10/4, ທ່ານ​ນາງ ​ເຈ​ືອງ​ທິ​ມາຍ ໄດ້​ໄປ​ຢ້ຽມ​ຢາມ​ທ່ານ ເລ​ດືກ​ທິ້ງ, ຊາວ​ກາ​ໂຕ​ລິກ​ຜູ້​ດີ​ເດັ່ນ​ຢູ່​ຕາ​ແສງ ເຕີນ​ຮືງ, ​ເມືອງ 7, ນະ​ຄອນ ໂຮ່​ຈີ​ມິນ.


ຕອບກັບ

ຂ່າວ/ບົດ​ອື່ນ