ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ລົງຢ້ຽມຢາມ ສະມາຄົມພຸດທະສາສະໜາຫວຽດນາມ

(VOVWORLD) -ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພສ 2562, ຄສ 2018, ຕອນບ່າຍວັນທີ 21 ພຶດສະພາ, ຄະນະປະຕິບັດງານ ໂດຍທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ນຳໜ້າ, ໄດ້ລົງຢ້ຽມຢາມ ພະມະຫາອາຈານ ທິກໂຝເຕ້ວ, ປະທານສະພາສົງ   ສະມາຄົມພຸດທະສາສະໜາຫວຽດນາມ ທີ່ວັດວຽນມິນ, ຕາແສງກວາງຫຼາງ, ເມືອງຟຸຊວຽນ, ນະຄອນຮ່າໂນ້ຍ

ນະທີ່ນີ້, ທ່ານນາງເຈືອງທິມາຍ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາຫວຽດນາມ ໃນການສ້າງສາ, ພັດທະນາປະເທດຊາດ; ສ້າງເງື່ອນໄຂ ເພື່ອໃຫ້ພຸດທະສາສະໜາສືບຕໍ່ພັດທະນາ, ຮ່ວມເດີນທາງກັບຊາດ, ສ້າງນ້ຳໃຈສາມັກຄີ, ແຜ່ຂະຫຍາຍເຖິງ ພະສົງສຳມະເນນ, ພຸດທະສາສະນິກກະຊົນທັງໝົດ. ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ມີຄວາມປາດຖະໜາວ່າ ດ້ວຍຖານະຄວາມຮັບຜິດຊອບຂອງຕົນ, ພະມະຫາອາຈານ ຈະສືບຕໍ່ນຳພາສະມາຄົມພຸດທະສາສະໜາຫວຽດນາມ ມີຄວາມສາມັກຄີ ແລະ ເປັນເອກະພາບ; ຊີ້ນຳນຳພາ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດການເຄື່ອນໄຫວຕາມທິດນຳ “ທຳມະ - ຊົນຊາດ - ສັງຄົມນິຍົມ”

        ພະມະຫາອາຈານ ທິກໂຝເຕ້ວ ຢັ້ງຢືນວ່າ ຈະສືບຕໍ່ຂົນຂວາຍບັນດາ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ