ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະຜູ້ແທນທະຫານປ້ອງກັນຊາຍແດນ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະຜູ້ແທນທະຫານປ້ອງກັນຊາຍແດນ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍຕ້ອນຮັບ​ຄະນະ​ຜູ້​ແທນ
“​ແບບຢ່າງ​ໜຸ່ມ​ທີ່​ດີ​ເດັ່ນ” ທະຫານ​ປ້ອງ​ກັນຊາ​ຍ​ແດນ

(vovworld) - ຕອນ​ບ່າຍ​ວັນ​ທີ 01/03 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ​້າຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ຫວຽດນາມ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ “​ແບບຢ່າງ​ໜຸ່ມ​ທີ່​ດີ​ເດັ່ນ” ທະຫານ​ປ້ອງ​ກັນຊາ​ຍ​ແດນ. ນີ້​ແມ່ນ​ບັນດາ​ພະນັກງານ, ນັກຮົບ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ປ້ອງ​ກັນຊາຍແດນ​ໃນ​ທົ່ວ​ປວງ​ຊົນ 03/03. ທ່ານ​ນາງ ​ເຈືອງ​ທິມາຍ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ພິ​ເສດ​ແມ່ນ​ບັນດາ​ແບບຢ່າງ​ໜຸ່ມ​ທີ່​ດີ​ເດັ່ນ ຍາມ​ໃດ​ກໍ່​ສຳ​ເລັດ​ໜ້າ​ທີ່​ ​​ເຊິ່ງ​ພັກ, ລັດ, ປະຊາຊົນ​ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ. ທ່ານ​ນາງ ​ເຈືອງ​ທິມາຍ ຖື​ວ່າ: ຊາວ​ໜຸ່ມ​ແມ່ນ​ກຳລັງ​ແກ່ນສານ, ປະຈັນບານ, ​ແມ່ນ​ລຸ້ນສືບ​ທອດ​ຂອງ​ພັກ, ດັ່ງ​ນັ້ນ ຖັນ​​ແຖວ​ຊາວ​ໜຸ່ມ, ​ໃນ​ນັ້ນ ມີ​ຊາວ​ໜຸ່ມ​ປ້​ອງກັນຊາ​ຍ​ແດນ ຄວນ​ມີ​ສະຕິໄດ້​ຄວາມ​ຮັບຜິດຊອບ, ພັນທະ​ຂອງ​ຕົນ ​ໃນ​ການ​ປະຕິບັດສຳ​ເລັດ​ໜ້າ​ທີ່​ໄດ້​ຮັບການ​ມອບ​ໝາຍ​ເປັນ​ຢ່າງ​ດີ, ສູ້​ຊົນ, ​ເຕີບ​ໃຫຍ່ຂະຫຍາຍຕົວ, ​ເໝາະ​ສົມ​ກັບ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ການ​ນຳ​ພັກ, ລັດ. ທ່ານ​ນາງ ​ເຈືອງ​ທິມາຍ ​ເຊື່ອ​ໝັ້ນ​ວ່າ ຖັນ​ແຖວ​ຊາວ​ໜຸ່ມ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ພິ​ເສດ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ ຍາ​ມ​ໃດ​ກໍ່​ຮັກສາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ສະຫງ່າ​ລາສີ, ມີຄຸນ​ນະ​ທາດໝັ້ນຄົງ, ຮັກສາ​ຄຸນສົມບັດ, ມີວິຖີຊີວິດປອດໄສ, ສຸດ​ຈິດ​ສຸດ​ໃຈ​ຕໍ່​ວຽກງານ, ມີ​ຫົວຄິດ​ປະດິດ​ສ້າງ, ສະຫລາດ​ສະຫລຽວ, ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ຊີວິດ​ເພື່ອ​ປະຊາຊົນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ