ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບບັນດາຄະນະຜູ້ມີຍົດຖາບັນດາສັກ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບບັນດາຄະນະຜູ້ມີຍົດຖາບັນດາສັກ     - ảnh 1
ທ່ານນາງ ເຈືອງ​ທິ​ມາຍ ແລະ ພະ​ອາ​ຈານ​ ທິກ​ແທງ​ຫຍຽ​ວ

(vovworld) - ຕອນ​ບ່າຍ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ທ່ານນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄ​ະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ສູນ​ກາງ​​ສະ​ມາ​ຄົມພ​ຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄ​ີ​ຊາວ​ຄຼິດ ຫວຽດ​ນາມ ມາ​ຢ້ຽມ​ຢາມ, ອວ​ຍ​ພອນ​ປີ​ໃໝ່.

        ໃນ​ການ​ຕ້ອນ​ຮັບຄະ​ນະ​ສູນ​ກາງ​​ສະ​ມາ​ຄົມພ​ຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໂດຍ​ພະ​ອາ​ຈານ​ ທິກ​ແທງ​ຫຍຽ​ວ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ບໍ​ລິ​ຫານ ນຳ​ໜ້າ, ທ່ານ​ນາງ ເຈືອງ​ທິ​ມາຍ ໄດ້​ຮັບ​​ຮູ້​ບັນ​ດາ​ຜົນ​ງານ​ທີ່​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ, ​ການສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ລະ​ຫວ່າງວຽກ​ງານ​ສາ​ສະ​ໜາ ແລະ ການ​ດຳ​ລົງ​ຊິ​ວິດ, ສະ​ໜິດຕິດ​ພັນ​ກັບ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​​ສູນການ​ບົນ​ຈິດ​ໃຈ​ລວມ​ແມ່ນສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​​ສະ​ມ​າ​ຄົມພຸ​ດ​ທະ​ສາ​ສະ​ໜ​າ. ທ່ານ​ນາງ​ເຈືອງ​ທິ​ມາຍ ຫວັງ​ວ່າ ຄະ​ນະ​ປະ​ຈຳ​ສະ​ພາ​ບໍ​ລິ​ຫານ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່​ພ​ຸດ​ທະ​ສາ​ສະ​ໜາ​ທຸກ​ຂັ້ນ​ສຳ​ເລັດ​ຜົນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ພຸດ​ທະ​ສາ​ສະ​ໜ​າ​ທົ່ວ​ປະ​ເທດ​ຄັ້ງ​ທີ 8, ຢັ້ງ​ຢືນ​ວ່າ ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຈະ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

        ເມື່ອ​ຕ້ອນ​ຮັບ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ ຫວຽດ​ນາມ ໂດຍ​ຄຸ​ນ​ພໍ່ ເຈີ່ນ​ຊວນ​ແມ້ງ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ນຳ​ໜ້າ, ທ່ານ​ນາງ ເຈືອງ​ທິ​ມາຍ ຫວັງ​ວ່າ ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊ​າວ​ຄຼິດ ຫວຽດ​ນາມ ດ້ວຍ​ບົດ​ບາດ​ແມ່ນ​ສະ​ມາ​ຊິກ​ຂອງ​ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ, ສືບ​ຕໍ່​ມີ​ບັນ​ດາການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ຊາວ​ຄຼິດ, ກໍ່​ຄື​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ການ​ສ້າງ​ສາປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ນາງກໍ່​ຢືນຢັນ​ວ່າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ຈະ​ສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ​ເພື່​ອ​​ໃຫ້ຄະ​ນະ​ກ​ຳ​ມະ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ