ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ,ມອບຂອງຂວັນໃຫ້ແກ່ຄົນທຸກຍາກແຂວງຕວຽນກວາງ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ,ມອບຂອງຂວັນໃຫ້ແກ່ຄົນທຸກຍາກແຂວງຕວຽນກວາງ - ảnh 1
ທ່ານ​ນາງ ຮ່າ​ທິຄ໋ຽດ ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ ຢູ່ ​ແຂວງ​ຕວຽນ​ກວາງ
(ພາບ: Việt Hòa)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 6-8/2, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ນາງ ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະຂົນຂວາຍ​ປະຊາຊົນ​ສູນ​ກາງ, ​ເປັນ​ຫົວໜ້າ​ຄະນະ; ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມດີ​ໂອ​ຊິນ” ຢູ່​ບັນດາ​ເມືອງ ຈຽມ​ຮ໋ວາ, ຮ່າ​ມອຽນ, ​ເລີມ​ບີ່​ງ, ນ່າຮາງ ​ແຂວງ​ຕວຽນ​ກວາງ. ພົບ​ປະ​ກັບ​ບັນດາ​ຄອບຄົວ ​ແລະ ຜູ້​ໄດ້​ຮັບ​ຂອງຂວັນ, ທ່ານ​ນາງ ຮ່າ​ທິຄ໋ຽດ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ປີ​ໃໝ່, ລະດົມ​ກຳລັງ​ໃຈ​ປະຊາຊົນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ບືນຕົວ​ຂຶ້ນ​ພັດທະນາ​ເສດຖະກິດ ​ແລະ ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໂດຍ​ໄວ.

              ວັນ​ທີ 8/2, ຫົວໜ້າ​ຄະນະ​ກວດກາ​ສູນ​ກາງ ​ທ່ານໂງ​ວັນ​ຢູ້ ​ແລະ ຄະນະ​ພະນັກງານ​ຄະນະ​ກວດກາ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ  ອຽນລາກ ​ແຂວງ​ ວີ້ງຟຸກ, ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ 2015. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ໂງ​ວັນ​ຢູ້ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ ອຽນລາກ ສືບ​ຕໍ່​ຍູ້​​ໄວ​ຄວາມ​ຄືບໜ້າ​​ໃນການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ​ປະຕິບັດ​ວຽກ​ງານ​ຮັບ​ປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ; ຊີ້​ນຳ​ການ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ອາຍຸ​ການ 2015-2020 ​ແລະ ບັນດາ​ຄາດໝາຍ, ​ແຜນການ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ; ​ເມືອງ ອຽນ​ລາກ ຄວນ​ປະຕິບັດ​ການ​ເບິ່ງ​ແຍງ​ດູ​ແລ​​​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ທີ່ມີ​ຄຸນງາມຄວາມດີ​ຕໍ່ປະ​ເທດ​ຊາດຕ້ອນຮັບ​ບຸນປີ​​ໃໝ່ຢ່າງ​ເບີກບານມ່ວນ​ຊື່ນ, ອົບ​ອຸ່ນ ​ແລະ ຕັດສິນ​ໃຈ​ບໍ່​ປະ​ໃຫ້​ຄອບຄົວ​ໃດ​ບໍ່​ມີ​ບຸນ​ເຕັດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ໂງ​ວັນຢູ້ ​ກໍ່ໄດ້​ລົງຢ້ຽມຢາມ, ມອບ​ຂອງຂວັນ​ 150 ພູດໃຫ້​ຄອບຄົວ​ຜູ້​ທີ່​ມີ​ຄຸນງາມຄວາມດີ, ຄອບຄົວ​ນະ​ໂຍບາຍ ຢູ່ 3 ຕາ​ແສງ: ລຽນ​ເຈົາ, ດ້າຍ​ຕື້ ​ແລະ ຮົ່ງ​ເຈົາ ​ເມືອງ ອຽນ​ລາກ.


ຂ່າວ/ບົດ​ອື່ນ