ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມສະມາຄົມພຸດທະສາສະໜາ ຫວຽດນາມ

(VOVWORLD) -ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ. 2561 (ປີ 2017), ຕອນເຊົ້າວັນທີ 09/05 ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກຢູ່ວັດ ກວານຊື - ຮ່າໂນ້ຍ
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມສະມາຄົມພຸດທະສາສະໜາ ຫວຽດນາມ - ảnh 1 ທ່ານນາງ ເຈືອງທິມາຍ ອວຍພອນບັນດາຜູ້ມີຍົດຖາບັນດາສັກ ສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: ອິນເຕີແນັດ)


ນະທີ່ນີ້, ທ່ານນາງ ເຈືອງທິມາຍຢືນຢັນວ່າ: ພັກ, ລັດຍາມໃດກໍ່ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຂົນຂວາຍພະສົງສາມະເນນ, ພຸດທະສາສະນິກກະຊົນຢູ່ໃນສິນກິນໃນທຳຮັບປະກັນຮີດຄອງປະເພນີ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງພຸດທະສາສະໜາ, ສ້າງເງື່ອນໄຂເພື່ອໃຫ້ພຸດທະສາສະໜາສືບຕໍ່ພັດທະນາ, ຮ່ວມເດີນທາງກັບ ຊາດ, ປະຕິບັດທິດນຳເທດສະໜາທຳມະ - ຊົນຊາດ - ສັງຄົມນິຍົມ, ເສີມຂະຫຍາຍມູນເຊື້ອປ້ອງກັນປະເທດຊາດ ເຮັດໃຫ້ປະຊາຊົນມີຄວາມສະຫງົບສຸກ. ທ່ານນາງ ເຈືອງທິມາຍ ອວຍພອນສະມາຄົມພຸດທະສາສະໜາຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 8 (ອາຍຸການ 2017 - 2022) ສຳເລັດຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ