ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ,ອວຍພອນກົມກອງກອງທັບຢູ່ນະຄອນໂຮ່ຈິມິນ

(VOVWORLD) - ວັນທີ 21 ທັນວາ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບກອງບັນຊາການທະຫານເຂດ 7 ແລະ ບໍລິສັດ ເຕີນກ໋າງໄຊ່ງ່ອນ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ,ອວຍພອນກົມກອງກອງທັບຢູ່ນະຄອນໂຮ່ຈິມິນ - ảnh 1 ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ,ອວຍພອນກົມກອງກອງທັບຢູ່ນະຄອນໂຮ່ຈິມິນ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2017) ແລະ 28 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2017).

        ທີ່ການຢ້ຽມຢາມກອງບັນຊາການທະຫານເຂດ 7, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ຖືວ່າ, ນອກຈາກໜ້າທີ່ກ່ຽມພ້ອມສູ້ຮົບແລ້ວ, ທະຫານເຂດ 7 ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຂົນຂວາຍປະຊາຊົນຢ່າງເລິກເຊິ່ງ; ໃນນັ້ນ, ສ້າງ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງບັນດາກົມກອງ ແລະ ບັນດາຄະນະຂົນຂວາຍປະຊາຊົນຂັ້ນແຂວງ, ນະຄອນໃນພາກພື້ນ; ສົມທົບກັນຜັນຂະຫຍາຍຂະບວນການຕ່າງໆເພື່ອແນໃສ່ຍົກສູງປະສິດທິຜົນວຽກງານຂົນຂວາຍປະຊາຊົນຢູ່ທ້ອງຖິ່ນ…

        ທີ່ບໍລິສັດ ເຕີນກ໋າງໄຊ່ງ່ອນ (ວິສາຫະກິດກອງທັບຂຶ້ນກັບເຫຼົ່າທັບເຮືອ). ທ່ານນາງ ເຈືອງທິມາຍ ຕີລາຄາສູງຄວາມມານະພະຍາຍາມໃນຕະຫຼອດໄລຍະ 28 ປີແຫ່ງການກໍ່ສ້າງ ແລະ ພັດທະນາຂອງກົມກອງເພື່ອໃຫ້ນອນໃນ top 25 ທ່າກ່ຳປັ່ນທັນສະໄໝທີ່ສຸດຂອງໂລກ ແລະ ປາດຖະໜາວ່າ ກົມກອງຈະສືບຕໍ່ຖືວຽກງານນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນວຽກງານຊີ້ນຳນຳພາ.

ຕອບກັບ

ຂ່າວ/ບົດ​ອື່ນ