ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ - ảnh 1
ທ່ານ​ນາງ​ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ
ເຮັດ​ວຽກ​​ກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ. (baodanvan.com)


(vovworld)- ທີ່​ການ​ເຮັດ​ວຽກ​​ກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມເມື່ອ​ຕອນ​ເຊົ້າ​ວັນ​ທີ 3/6 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ເນັ້ນ​ໜັກ​ວ່າ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມແມ່ນ​ບ່ອນ​ອີງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ. ທ່ານ​ນາງ​ເຈືອງ​ທິ​ມາຍໄດ້​ເຫັນ​ດີ​ກັບ​ທິດ​ທາງ​ການ​ເຄື່ອນ​ໄຫວຂອງ ທ່ານ​ນາງ​ເຈືອງ​ທິ​ມາຍ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແລະ ສະ​ແດງ​ຄວາມ​ຫວັງ​ວ່າ​ ທາງ​ສະ​ມາ​ຄົມ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ມະ​ຕິກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກ່ຽວ​ກັບນັກ​ຮົບ​ເກົ່າ​. ຕາ​ມນັ້ນແລ້ວ, ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມສືບ​ຕໍ່​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດານັກ​ຮົບ​ເກົ່າ ຈົ່ງ​ຕັ້ງ​ໜ້າ​ເຂົ້າຮ່ວມການ​ສ້າງ​ສາ ປົກ​ປັກ​ຮັກ​ສາ​ພັກ, ລັດ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ, ຊ່ວຍ​ເຫຼືອ​ກັນ​ສ້າງ​ເສດ​ຖະ​ກິດ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ປະ​ຊາ​ຊົນ…

 

ຂ່າວ/ບົດ​ອື່ນ