ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງເຂົ້າຮ່ວມພິທີປຸກລະດົມການອອກແຮງແຂ່ງຂັນຢູ່ແຂວງຕວຽນກວາງ

(VOVWORLD) - ວັນທີ13 ກຸມພາ, ຢູ່ແຂວງຕວຽນກວາງໄດ້ຈັດຕັ້ງພິທີປຸກລະດົມການອອກແຮງແຂ່ງຂັນ, ວັນບຸນປູກຕົ້ນໄມ້ຍານລະດູບານໃໝ່ປີກຸນ - 2019 ແລະ ປະກາດຂໍ້ຕົກລົງຂອງ ນາຍົກລັກຖະມົນຕີຫວຽດນາມ ກ່ຽວກັບການຈັດອັນດັບທັດສະນີຍະພາບລະດັບຊາດ ພິເສດ ນາຮາງ - ເລີມບິ່ງ.
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງເຂົ້າຮ່ວມພິທີປຸກລະດົມການອອກແຮງແຂ່ງຂັນຢູ່ແຂວງຕວຽນກວາງ - ảnh 1ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ຟ້າມມິງຈິ໋ງ 

ວັນທີ13 ກຸມພາ, ຢູ່ແຂວງຕວຽນກວາງໄດ້ຈັດຕັ້ງພິທີປຸກລະດົມການອອກແຮງແຂ່ງຂັນ, ວັນບຸນປູກຕົ້ນໄມ້ຍານລະດູບານໃໝ່ປີກຸນ - 2019 ແລະ ປະກາດຂໍ້ຕົກລົງຂອງ ນາຍົກລັກຖະມົນຕີຫວຽດນາມ ກ່ຽວກັບການຈັດອັນດັບທັດສະນີຍະພາບລະດັບຊາດ ພິເສດ ນາຮາງ - ເລີມບິ່ງໂດຍມີການເຂົ້າຮ່ວມຂອງທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ.

ຢູ່ທີ່ພິທີ, ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ ເລື່ອງເຂດອະນຸລັກທຳມາຊາດ ນາຮາງ - ເລີມບິ່ງໄດ້ຮັບການຮັບຮອງເປັນທັດສະນີຍະພາບລະດັບຊາດພິເສດ ມີຄວາມໝາຍສຳຄັນ, ຢັ້ງຢືນທີ່ຕັ້ງຂອງທັດສະນີຍະພາບດັ່ງກ່າວ. ພ້ອມກັນນັ້ນ, ທາງແຂວງຄວນສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງທັດສະນີຍະພາບລະດັບຊາດພິເສດ ນາຮາງ - ເລີມບິ່ງຕິດພັນກັບການພັດທະນາການທ່ອງທ່ຽວຂອງແຂວງ ແລະ ສ້າງເອກະສານເຂດມໍລະດົກທຳມະຊາດ ບາເບ - ນາຮາງເພື່ອ ຍື່ນສະເໜີ ຕໍ່ UNESCO ຮັບຮອງ ເປັນມໍລະດົກທຳມະຊາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ