ຫົວໜ້າຄະນະຜູ້ແທນ 11 ປະເທດ ອາເມລິກາລາຕີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງນິງ

ຫົວໜ້າຄະນະຜູ້ແທນ 11 ປະເທດ ອາເມລິກາລາຕີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງນິງ - ảnh 1
ຄະນະ​ຜູ້​ແທນ 11 ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​
ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ນິງ
( ພາບ: quangninh.gov.vn )

( vovworld ) - ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຫວຽດນາມ - ​ອາ​ເມ​ລິ​ກາລາຕີ​ນ ກ່ຽວ​ກັບດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ວັນ​ທີ 6/7, ຫົວໜ້າ​ຄະນະ​ຜູ້​ແທນ 11 ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ນິງ. ນະທີ່​ນີ້, ທ່ານ​ປະທານ​ສະພາ​ປະຊາຊົນ​ແຂວງ​ກວາງ​ນິງ Nguyen Duc Long ​ໃຫ້​ຮູ້​ວ່າ, ກວາງ​ນິງ ພວມ​ຍູ້​ແຮງການ​ສົ່ງ​ເສີມ​ການ​ລົງທຶນ, ດຶງ​ດູດ, ຮຽກຮ້ອງ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ຢູ່​ແຂວງກວາງ​ນິງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​​ໂນ​ໂລ​ຢີສະອາດ. ທ່ານ Nguyen Duc Long ຫວັງ​ວ່າ, ສາຍ​ພົວພັນ​ດ້ານ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ​ຂອງ​ຫວຽດນາມ​ເວົ້າ​ລວມ, ​ແຂວງ ກວາງ​ນິງ​ເວົ້າ​ສະ​ເພາະ ​ແລະ ບັນດາ​ປະ​ເທດ ອາ​ເມ​ລິ​ກາລາ​ຕິນ ຈະ​ໄດ້​ຮັບ​ການ​ປັບປຸງ​ກວ່າ​ອີກ ພາຍຫຼັງ​ເວທີ​ປາ​​ໄສ ຫວຽດນາມ - ອາ​ເມ​ລິ​ກາ​ລາຕີ. ຜູ້ຕ່າງ​ໜ້າຫົວໜ້າ​ຄະນະ​ຜູ້​ແທນ 11 ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງເວທີ​ປາ​​ໄສ ຫວຽດນາມ - ອາ​ເມ​ລິ​ກາ​ລາຕີນ ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ​ເຊິ່ງຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ພ້ອມ​ທັງ​ສະ​ແດງ​ຄວາມ​ປະ​ທັບ​ໃຈ ຕໍ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ຫວຽດນາມ​ເວົ້າ​ລວມ ​ແລະ ​ແຂວງ​ກວາງ​ນິງ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ