ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ສະ​ພາ ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ ແຫ່ງ​ຊາດ - ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ກຳ​ອຳ​ນາດ​ Burundi

(VOVWORLD) - ທ່ານ Reverien Ndikuriyo ໄດ້ຂອບອົກຂອບໃຈທ່ານເລຮ່ວາຍຈຸງ ໄດ້ສະຫຼະເວລາໃຫ້ການຕ້ອນຮັບ ແລະ ສົ່ງຄຳຢຶ້ຢາມຖາມຂ່າວ ແລະ ສະແດງຄວາມເສົ້າສະຫຼົດໃຈຂອງການນຳພັກ CNDD-FDD ແລະ ລັດຖະບານ Burundi ເຖິງ ການນຳພັກ, ລັດ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ສະ​ພາ ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ ແຫ່ງ​ຊາດ - ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ກຳ​ອຳ​ນາດ​ Burundi - ảnh 1ທ່ານເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນການພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Reverien Ndikuriyo ເລຂາທິການໃຫຍ່ ພັກສະພາ ປົກປ້ອງ ປະຊາທິປະໄຕ ແຫ່ງຊາດ - ກຳລັງປົກປ້ອງ ປະຊາທິປະໄຕ (ພາບ: TTXVN)

ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນການພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Reverien Ndikuriyo ເລຂາທິການໃຫຍ່ ພັກສະພາ ປົກປ້ອງ ປະຊາທິປະໄຕ ແຫ່ງຊາດ - ກຳລັງປົກປ້ອງ ປະຊາທິປະໄຕ (CNDD-FDD) ກຳອຳນາດ ຢູ່ Burundi ທີ່ພວມຢ້ຽມຢາມແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ Reverien Ndikuriyo ໄດ້ຂອບອົກຂອບໃຈທ່ານເລຮ່ວາຍຈຸງ ໄດ້ສະຫຼະເວລາໃຫ້ການຕ້ອນຮັບ ແລະ ສົ່ງຄຳຢຶ້ຢາມຖາມຂ່າວ ແລະ ສະແດງຄວາມເສົ້າສະຫຼົດໃຈຂອງການນຳພັກ CNDD-FDD ແລະ ລັດຖະບານ Burundi ເຖິງ ການນຳພັກ, ລັດ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ທ່ານຕີລາຄາສູງ ບັນດາການປະກອບສ່ວນສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າໃນພາລະກິດປະຕິວັດຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນຜູ້ກ້າວໜ້າໃນໂລກ.

ສ່ວນທ່ານ ເລຮ່ວາຍຈຸງ ໄດ້ຂອບໃຈຕໍ່ການສະແດງຄວາມເສົ້າສະຫຼົດໃຈ ແລະ ນ້ຳໃຈຢ່າງຈິງໃຈຂອງພັກ CNDD-FDD, ລັດຖະບານ ແລະ ປະຊາຊົນ Burundi, ທ່ານກໍ່ສະແດງຄວາມຊົມເຊີຍບັນດາຜົນສຳເລັດເຊິ່ງ Burundi ບັນລຸມາໄດ້ພາຍໃຕ້ການຊີ້ນຳຂອງພັກ CNDD-FDD ໃນການຮັກສາການເມືອງມີສະຖຽນລະພາບ, ພັດທະນາເສດຖະກິດ, ຊຸກຍູ້ການສຶກສາ, ສາທາລະນະສຸກ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ