ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບເອກອັກຄະລັດຖະທູດລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1
ທ່ານ ຮ່ວາງ​ບິ່ງ​ກວນ ກຳມະການ​ສູນ​ກາງ​ພັກ ຫົວໜ້າ​
ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຫວຽດນາມ ​
(ພາບ: ອິນເຕີແນັດ)

(vovworld) – ຕອນ​ບ່າຍ​ວັນ​ທີ 01/10, ຢູ່​ສຳນັກງານ​ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ ຫວຽດນາມ, ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ສົມ​ພອນ ສີ​ຈະ​ເລີ​ນ ​​ເຂົ້າ​ຢ້ຽມ​ອຳ​ລາ ກ່ອນ​ທີ່​ສິ້ນ​ສຸດ​​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ ຢ່າງ​ສະໜິດສະໜົມ. ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ຂອບ​ໃຈ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ ​ເພື່ອ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ ປະຕິບັດສຳ​ເລັດໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ ​ແລະ ຢືນຢັນ​ວ່າ: ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ນຳ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 

 

ຂ່າວ/ບົດ​ອື່ນ