ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ - ảnh 1
ທ່ານ​ Vivian Balakishnan  ແລະ ທ່ານ ຮ​ວ່າງ​ບິງກວນ

(vovworld) - ທີ່​ການ​ຕ້ອ​ນ​ຮັບ ​​ທ່ານ​ Vivian Balakishnan ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສິງ​ກະ​ໂປ ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍ ​ວັນ​ທີ 25/10, ທ່ານ ຮ​ວ່າງ​ບິງກວນ, ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຮອບ​ດ້ານ ​ໃນ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ ໃນ​ຊຸມ​ປີ​ໝໍ່ໆ​ນີ້, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ ແລະ ສະ​ເໜີ ສອງ​ຝ່າຍ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ ທີ່​ບັນ​ລຸ​ໄດ້ ແລະ ເສີມ​ຂະ​ຫຍາຍ ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ໃຫ້​ມີປະ​ສິດ​ທິ​ຜົນ, ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້ ​ການ​ຮ່ວມ​ມື​ຮອບ​ດ້ານ ໃນ​ແຕ່​ລະ​ຂົງ​ເຂດ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ ໃນ​ທຸກ​​ຂົງ​ເຂດ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ​ບຳ​ລຸງ​ສ້າງ ແລະ ການ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ທິດ​ ໃນພາກ​ພື້ນ ແລະ ສາ​ກົນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ ຮ​ວ່າງ​ບິງກວນ ​ຫວັງວ່າ: ດ້ວຍ​ບົດ​ບາດ​ເປັນ​ປະ​ເທດ ​ປ​ະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ-ຈີນ ສິງ​ກະ​ໂປ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ ອາ​ຊຽນ-ຈີນ ແລະ ​ຊຸກ​ຍູ້​ການປະ​ຕິ​ບັດ DOC, ເຈ​ລະ​ຈາ ເພື່ອ​ເຊັນ​ສັນ​​ຍາກົດ​ແ​ຫ່ງການປະ​ພຶດ​ ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ເພື່ອ​ແນ​ໃສ່​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ ​ໃຫ້​ກາຍ​ເປັນ​ເຂດ​ສັນ​ຕິ​ພາບ, ການຮ່ວມ​ມື ແລ​ະ ພັດ​ທະ​ນາ.

        ສ່ວນ ທ່ານ Vivian Balakishnan ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການຕ່າງ​ປະ​ເທດສິງ​ປະ​ໂປ ເນັ້ນ​ໜັກ​ວ່າ: ສິງ​ກະ​ໂປ ຖື​ເປັນ​ສຳ​ຄັນ ເລື່ອງ​ຊຸກຍູ້​ການ​ພົວ​ພັນ​ຮ່ວມ​ມື ​ກັບ​ຫວຽດ​ນາມ ​ໃນ​ທຸກ​ຂົງ​ເຂດ ໃນ​ນັ້ນ​ມີ​ການ​ລົງ​ທຶນ​ດ້ານ​ການ​ຄ້າ, ​ການບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ… ບົນ​ຈິດ​ໃຈ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ສອງ​ປະ​ເທດ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Vivian Balakishnan ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການຕ່າງ​ປະ​ເທດ ຢືນ​ຢັນ​ວ່າ: ສິງ​ກະ​ໂປ​ ມີ​ຜົນ​ປະ​ໂຫຍດ​ແທດ​ຈິງ ໃນ​ການ​ຮັ​ບ​ປະ​ກັນຫຼັກ​ການເສ​ລີ​ ​ໃນການ​ເດີນ​ເຮືອ, ການ​ບີນ ແລະ ຫວັງ​ວ່າ​ແຕ່​ລະ​ຝ່າຍ ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ສູນ​ກາງ​ຂອງ​ອາ​ຊຽນ ເພື່ອ​ແນ​ໃສ່​ສ​້າງ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ສັນ​ຕິ​ພາບ, ມິດ​ຕະ​ພາບ.


ຂ່າວ/ບົດ​ອື່ນ