ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບີງກວນຢ້ຽມຢາມກຸຍບາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບີງກວນຢ້ຽມຢາມກຸຍບາ - ảnh 1
(ທ່ານ ຮ່ວາງ​ບີ​ງກວນ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ)

(vovworld) – ​ ​ ວັນ​ທີ 08/03, ຢູ່​ນະຄອນຫລວງ La Habana, ​ທ່ານ Raul Castro ເລຂາ​ທິການ​ຜູ້​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານສະພາ​​ແຫ່ງລັດ ​ແລະ ສະພາ​ລັດຖະມົນຕີ ກຸຍ​ບາ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຮ່ວາງ​ບີ​ງກວນ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງ​ທ່ານ ຫງວຽນຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ. ທີ່​ການ​ຕ້ອນຮັບທ່ານ ຮ່ວາງ​ບີ​ງກວນ ຢືນຢັນ​ຄວາມປາດ​ຖະໜາ​ຢາກ​ສືບ​ຕໍ່​ປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນຖານ​ອ້າຍ​ນ້ອງທີ່​ເປັນ​ແບບຢ່າງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຄວາມ​ສາມັກຄີອັນສັດ​ຊື່​ບໍລິສຸດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຸຍ​ບາ​ ນັບ​ມື້ນັບເລິກ​ເຊິ່ງກ່ວາ​ອີກ. ທ່ານ ຮ່ວາງ​ບີ​ງກວນ ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ Raul Castro ຊາບ​ໝາກຜົນ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຢືນຢັນ​ວ່າ: ພັກ​ກອມ​ມູນິດ ຫວຽດນາມ ຢຶດໝັ້ນລັດທິ ມາກ - ​ເລ​ນິນ ​ແລະ ​ແນວ​​ຄິດ​ໂຮ່ຈີ​ມິນ, ຢຶດໝັ້ນ​ແນວທາງ​ປ່ຽນ​ແປງ​ໃໝ່ ​ແລະ ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ເພື່ອ​ປະຕິບັດໜ້​າທີ່​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານປະທານ Raul Castro ກໍ່ຕີ​ລາຄາ​ສູງ​ຕໍ່ເລື່ອງ​ທ່ານເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ໄດ້ສົ່ງທູດ​ພິ​ເສດ​ໄປ​ລາຍ​ງານ​ໝາກຜົນ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມສະ​ໜິດ​ຕິດ​ພັນທີ່​ຊື່ສັດ​ບໍລິ​ສຸດ​ລະຫວ່າງ 2 ພັກ, 2 ລັດ. ທ່ານ​ກໍ່​ເນັ້ນ​ໜັກ​ວ່າ: ກຸຍ​ບາ ຕີ​ລາຄາ​ສູງ ​ແລະ ຖື​ເປັນ​ສຳຄັນ​ທີ່​ສຸດ​ບັນດາ​ບົດຮຽນ​ຂອງ ຫວຽດນາມ ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ນຳ​ການ​ພົວພັນ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​, ມີສະຖຽນ​ລະ​ພາບ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ